ໃນຖານະເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ວັນທີ 18 ເມສານີ້, ອາເມຣິກາໄດ້ປ່ອນບັດຢັບຢັ້ງ ຕໍ່ຮ່າງມະຕິທີ່ປາແລັດສະຕິນສະເໜີເຂົ້າເປັນປະເທດສະມາຊິກອົງການສະຫະປະຊາຊາດ ເຊິ່ງໄດ້ທຳລາຍຄວາມຝັນຂອງປະຊາຊົນປາແລັດສະຕິນທີ່ໄດ້ຍຶດໝັ້ນມາເປັນເວລາຫຼາຍສິບປີ ແລະ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈອມປອມ ແລະ “ສອງມາດຕະຖານ” ຂອງອາເມຣິກາໃນບັນຫາປາແລັດສະຕິນກັບອິດສະຣາແອນ. ທັງໝົດເຫຼົ່ານີ້ເຮັດໃຫ້ຄົນທັງຫຼາຍຮັບຮູ້ຢ່າງຈະແຈ້ງວ່າ: ນະໂຍບາຍເຂົ້າຂ້າງແຕ່ອິດສະຣາແອນຂອງອາເມຣິກາໄດ້ເປັນສິ່ງກີດຂວາງໃຫຍ່ທີ່ສຸດໃນຂະບວນການສັນຕິພາບຂອງປາແລັດສະຕິນກັບອິດສະຣາແອນ.
ເປັນເວລາດົນນານມາແລ້ວ, ການສ້າງຕັ້ງປະເທດເອກະລາດເປັນຄວາມຝັນຂອງປະຊາຊົນປາແລັດສະຕິນ. ສະນັ້ນ, ທຸກປະເທດທີ່ສະໜັບສະໜູນ “ແຜນການສອງປະເທດ” ຢ່າງຈິງໃຈລ້ວນແຕ່ຈະບໍ່ຄັດຄ້ານໃຫ້ປາແລັດສະຕິນເຂົ້າເປັນສະມາຊິກອົງການສະຫະປະຊາຊາດ. ແຕ່ວ່າ, ພວກນັກການເມືອງອາເມຣິກາທີ່ມັກເວົ້າ “ແຜນການສອງປະເທດ” ຕິດສົບຕິດປາກເລື້ອຍໆນັ້ນ, ເປັນຫຍັງຈິ່ງທຳລາຍຄວາມຫວັງຂອງປະຊາຊົນປາແລັດສະຕິນເທື່ອແລ້ວເທື່ອອີກ?
ນັກວິເຄາະຊີ້ອອກວ່າ, ດ້ານໜຶ່ງ, ໂດຍພິຈາລະນາເຖິງຄວາມຕ້ອງການດ້ານການປັບປຸງສິດເປັນເຈົ້າອຳນາດຢູ່ພາກພື້ນຕາເວັນອອກກາງ ແລະ ການເມືອງພາຍໃນປະເທດ, ລັດຖະບານທຸກສະໄໝຂອງອາເມຣິກາໄດ້ຖືເອົາອິດສະຣາແອນເປັນພັນທະມິດທີ່ສຳຄັນທີ່ສຸດຂອງຕົນ, ການເຂົ້າຂ້າງ ແລະ ປ່ອຍປະອິດສະຣາແອນຂອງພວກນັກການເມືອງອາເມຣິກາຈະບໍ່ມີເສັ້ນເພດານຕ່ຳສຸດ. ອີກດ້ານໜຶ່ງ, ອາເມຣິກາມີຄວາມເຫັນມາໂດຍຕະຫຼອດວ່າ: ຄວາມຄືບໜ້າໃດໆໃນບັນຫາປາແລັດສະຕິນກັບອິດສະຣາແອນ ລ້ວນແຕ່ຄວນດຳເນີນໄປພາຍໃຕ້ການນຳພາຂອງຕົນ, ຖ້າປາແລັດສະຕິນຮ້ອງຂໍເຂົ້າເປັນສະມາຊິກອົງການສະຫະປະຊາຊາດແຕ່ຝ່າຍດຽວ, ຈະບັ່ນທອນບົດບາດນຳພາຂອງອາເມຣິກາໃນຂະບວນການສັນຕິພາບລະຫວ່າງປາແລັດສະຕິນກັບອິດສະຣາແອນ.
ແຕ່ສິ່ງທີ່ເຮັດໃຫ້ຄົນທັງຫຼາຍຢາກເວົ້າສຽດສີນັ້ນແມ່ນ: ທ່ານນາງລິນດາ ໂທມາສ ກຣີນຟິວ ຜູ້ຕາງໜ້າຖາວອນຂອງອາເມຣິກາປະຈຳອົງການສະຫະປະຊາຊາດກ່າວວ່າ: ຖ້າປາແລັດສະຕິນເຂົ້າເປັນສະມາຊິກອົງການສະຫະປະຊາຊາດຢ່າງເປັນທາງການ ຈະບໍ່ມີຜົນດີຕໍ່ການບັນລຸ “ແຜນການສອງປະເທດ” ໃນການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນ. ຄົນທັງຫຼາຍກໍຢາກຖາມຜູ້ຕາງໜ້າອາເມຣິກາຄົນນີ້ວ່າ: ເລື່ອງຫຍັງຈະມີຜົນດີຕໍ່ການບັນລຸ “ແຜນການສອງປະເທດ”? ແມ່ນອາເມຣິກາສົ່ງອາວຸດໃຫ້ອິດສະຣາແອນເທື່ອແລ້ວເທື່ອອີກບໍ? ຫຼືວ່າແມ່ນການປ່ອນບັດຢັບຢັ້ງຢູ່ອົງການສະຫະປະຊາຊາດເທື່ອແລ້ວເທື່ອອີກຂອງອາເມຣິກາ? ການກະທຳທີ່ຝືນກັບຫຼັກການສັນຕິພາບເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າ: ອາເມຣິກາເປັນ “ຜູ້ທຳລາຍ” ແລະ “ຜູ້ສ້າງຄວາມວຸ້ນວາຍ” ທີ່ແທ້ຈິງໃນວຽກງານພາກພື້ນ ແລະ ສາກົນ. ເພາະວ່າ, ປະເທດໃດໆກໍຕາມ, ກໍບໍ່ມີສິດປ່ອນບັດຢັບຢັ້ງໃນບັນຫາທີ່ກ່ຽວພັນເຖິງຊາຕາກຳຂອງປະຊາຊົນປາແລັດສະຕິນ.