ທະຫານອິດສະຣາແອນໂຈມຕີນະຄອນຣາຟາທາງອາກາດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ

2024-04-22 17:27:51 cri


ວັນທີ 21 ເມສານີ້, ໂທລະພາບປາແລັດສະຕິນແຈ້ງຂ່າວວ່າ, ຕອນກາງຄືນວັນທີ 20 ເມສານີ້, ກອງທັບອິດສະຣາແອນໄດ້ໂຈມຕີໃສ່ເຮືອນຫຼາຍຫຼັງຢູ່ນະຄອນຣາຟາ ທາງພາກໃຕ້ເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ.


ຂ່າວແຈ້ງວ່າ, ຜູ້ເສຍຊີວິດສ່ວນຫຼາຍແມ່ນແມ່ຍິງແລະເດັກນ້ອຍ, ໃນນັ້ນ, ມີແມ່ມານຜູ້ໜຶ່ງ. ນອກນັ້ນ, ຍັງມີອີກຫຼາຍຄົນທີ່ຍັງຕິດຢູ່ໃນຊາກອາຄານທີ່ພັງທະລາຍ ແລະຍັງລໍຖ້າການກອບກູ້ຊ່ອຍເຫຼືອ.


ວັນທີ 21 ເມສານີ້, ກະຊວງສາທາລະນະສຸກປາແລັດສະຕິນອອກຖະແຫຼງການ ໂດຍລະບຸວ່າ, ໃນມື້ດຽວກັນ, ທະຫານອິດສະຣາແອນຍັງໄດ້ປະທະກັນກັບຊາວປາແລັດສະຕິນຢູ່ນະຄອນຮີໂບຣນ ທີ່ຕັ້ງຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ແລະໄດ້ຍິງປືນໃສ່ຊາວປາແລັດສະຕິນ, ເສຍຊີວິດສອງຄົນ.