ຜົນການນັບບັດຄະແນນໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ພັກຂອງປະທານາທິບໍດີມານດີວປັດຈຸບັນຈະຊະນະໃນການເລືອກຕັ້ງລັດຖະສະພາ

2024-04-22 17:29:45 cri


ວັນທີ 21 ເມສານີ້, ການເລືອກຕັ້ງລັດຖະສະພາຂອງມານດີວໄດ້ຈັດຂຶ້ນຢ່າງເປັນທາງການ. ອີງຕາມຜົນການນັບບັດຄະແນນຢ່າງບໍ່ເປັນທາງການທີ່ປະກາດໃນປັດຈຸບັນນີ້, ພັກສະພາປະຊາຊົນທີ່ນຳພາໂດຍທ່ານ ໂມຮາເມັດ ມຸຍຊູ ປະທານາທິບໍດີມານດີວ ໄດ້ຮັບທີ່ນັ່ງຫຼາຍກວ່າເຄິ່ງໜຶ່ງໃນລັດຖະສະພາ, ໝາຍຄວາມວ່າ ພັກຂອງທ່ານຈະໄດ້ຮັບໄຊຊະນະໃນການເລືອກຕັ້ງລັດຖະສະພາໃນຄັ້ງນີ້.


ຄາດວ່າ, ຜົນການນັບບັດຄະແນນຢ່າງເປັນທາງການຈະປະກາດໃນວັນທີ 28 ເມສານີ້.