ນາຍົກປາປົວນິວກີເນຕ້ອນຮັບທ່ານຫວາງຢີ້

2024-04-22 15:40:23 CRI

 

ວັນທີ 21 ເມສານີ້, ທ່ານເຈມສ ມາຣາເປ ນາຍົກລັດຖະມົນຕີປາປົວນິວກີເນໄດ້ພົບປະກັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ທ່າກຳປັ່ນໂມເຣັສບີ, ເຊິ່ງສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງມີໄມຕີຈິດມິດຕະພາບ.

 

ທ່ານຫວາງຢີ້ກ່າວວ່າ: ຈີນແລະປາປົວນິວກີເນໄດ້ສະໜັບສະໜູນເຊິ່ງກັນແລະກັນຢ່າງໝັ້ເດັດດ່ຽວໜຽວແໜ້ນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍ, ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດລະຫວ່າງສອງປະເທດແມ່ນໄດ້ຮັບການບຸກເບີກລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ຍິນດີເລັ່ງລັດການເຈລະຈາກ່ຽວກັບສັນຍາການຄ້າເສລີກັບປາປົວນິວກີເນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານ, ການທະນາຄານແລະຂົງເຂດອື່ນໆ.

 

ທ່ານເຈມສ ມາຣາເປກ່າວວ່າ: ການພັດທະນາຂອງຈີນໄດ້ສະໜອງກຳລັງແຮງເຂົ້າໃນການເຕີບໂຕດ້ານເສດຖະກິດຂອງໂລກ, ຍັງໄດ້ນຳເອົາໂອກາດທີ່ສຳຄັນໃຫ້ແກ່ປະເທດອື່ນໆ. ປາປົວນິວກີເນຍິນດີຖອດຖອນບົດຮຽນຢ່າງສຳເລັດຜົນຂອງຈີນ, ເລັ່ງລັດການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດໃນແຕ່ລະຂົງເຂດກັບຈີນ, ເພື່ອບັນລຸການພັດທະນາແບບຍືນຍົງຂອງປາປົວນິວກີເນ.