ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍຈະຢ້ຽມຢາມປະເທດຈີນ

2024-04-22 20:13:39 cri

ວັນທີ 22 ເມສານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ:  ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານໂມຮາມັດ ບິນ ຮາຈີ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍຈະຢ້ຽມຢາມປະເທດຈີນຢ່າງເປັນທາງການລະຫວ່າງວັນທີ 23  ຫາ 25 ເມສານີ້.