ປະທານາທິບໍດີຝຣັ່ງເດັດດ່ຽວຄັດຄ້ານອິດສະຣາແອນໂຈມຕີຣາຟາ

2024-04-23 11:34:49 CRI


    ໃນເວລາໂທລະສັບລົມກັບທ່ານເບັນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນເມື່ອວັນທີ 22 ເມສານີ້, ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງກ່າວຢ້ຳວ່າ: ຝຣັ່ງເດັດດ່ຽວຄັດຄ້ານອິດສະຣາແອນໂຈມຕີຣາຟາ ເຊິ່ງເປັນຕົວເມືອງທາງພາກໃຕ້ຂອງເຂດກາຊາ, ຮຽກຮ້ອງໃຫ້ປາແລັດສະຕິນ ກັບ ອິດສະຣາແອນຢຸດຍິງໃນທັນທີ ແລະ ຖາວອນ.


    ມື້ດຽວກັນ, ທຳນຽບປະທານາທິບໍດີຝຣັ່ງອອກຖະແຫຼງການວ່າ: ໃນເວລາໂທລະສັບລົມກັນ, ທ່ານມາຄຣົງຊີ້ອອກວ່າ, ເຂດກາຊາພວມປະເຊີນໜ້າກັບສະຖານະການດ້ານມະນຸດສະທຳໜັກໜ່ວງທີ່ສຸດ, ສະພາບການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນມີຄວາມຫຍຸ້ງຍາກລຳບາກທີ່ສຸດມາເປັນເວລາດົນນານ. ອິດສະຣາແອນໂຈມຕີຣາຟາມີແຕ່ຈະເຮັດໃຫ້ສະຖານະການຢູ່ເຂດກາຊາຮ້າຍແຮງຂຶ້ນແລະເພີ່ມຄວາມສ່ຽງທີ່ເຮັດໃຫ້ການປະທະກັນຮຸນແຮງຂຶ້ນເທົ່ານັ້ນ . ພ້ອມກັນນັ້ນ, ທ່ານມາຄຣົງຍັງຮຽກຮ້ອງໃຫ້ຮັບປະກັນການຊ່ວຍເຫຼືອດ້ານມະນັດສະທຳຈຳນວນຫຼາຍສາມາດເຂົ້າໄປສູ່ເຂດກາຊາໄດ້.