ນັກ​ຂ່າວ​ສື່ມວນ​ຊົນລາວ​ຝາກ​ຄວາມ​ຫວັງ​ຕໍ່​ກິດ​ຈະ​ກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

2024-04-23 20:29:08 CRI


ວັນທີ 23 ເມສານີ້, ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”ແລະ ງານວາງສະແດງຮູບພາບ ແລະ ວິດີໂອທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນສ່ານຢ້າແຂວງໄຫຫຼຳ. ນັກຂ່າວ ທີ່ມາຈາກ ສື່ສຳຄັນ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ  ໄດ້ເຂົ້າຮ່ວມພິທີເປີດກິດຈະກຳດັ່ງກ່າວ. ໃນນັ້ນ ນັກຂ່າວລາວທີ່ມາຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບແຫ່ງຊາດລາວໄດ້ມີຄວາມຫວັງຢ່າງສູງຕໍ່ກັບກິດຈະກຳທີ່ຈະດຳເນີນໄປໃນຫຼາຍມື້ຕໍ່ໜ້ານີ້.