ວິທີການອ່ານຂອງທ່ານສີຈິ້ນຜິງ

2024-04-23 11:41:38 cri



   ວັນທີ23ເມສາເປັນວັນອ່ານໜັງສືໂລກ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເລົ່າເຖິງສາຍໃຍຜູກພັນອັນເລິກເຊິ່ງລະຫວ່າງເພິ່ນກັບປຶ້ມອ່ານໃນຫຼາຍກາລະໂອກາດວ່າ: “ຂ້າພະເຈົ້າມີຄວາມມັກຫຼາຍຢ່າງ, ແຕ່ມັກທີ່ສຸດແມ່ນການອ່ານໜັງສື, ການອ່ານໜັງສືໄດ້ກາຍເປັນວິຖີຊີວິດໜຶ່ງຂອງຂ້າພະເຈົ້າແລ້ວ.”



   ທ່ານສີຈິ້ນຜິງເຄີຍກ່າວວ່າ: “ການອ່ານໜັງສືສາມາດເຮັດໃຫ້ຄົນເຮົາມີພະລັງຊີວິດດ້ານແນວຄິດ, ສ້າງແຮງບັນດານໃຈດ້ານສະຕິປັນຍາ, ບຳລຸງສ້າງໃຫ້ມີຈິດໃຈຊື່ສັດເປັນທຳ.” ການອ່ານໜັງສືແມ່ນມີບົດບາດສຳຄັນຕໍ່ການເຕີບໃຫຍ່ຂອງຄົນຄົນໜຶ່ງກໍຄືຄວາມກ້າວໜ້າຂອງສັງຄົມ.



ແຕ່ວ່າ ການອ່ານໜັງສືບໍ່ຄວນອ່ານແບບຫຼັບຫູຫຼັບຕາ, ຄວນເລືອກອ່ານໜັງສືທີ່ເໝາະສົມແລະມີປະໂຫຍດ. ທ່ານສີຈິ້ນຜິງກ່າວວ່າ: “ດ້ານໜຶ່ງ, ການອ່ານໜັງສືບໍ່ຄວນເອົາແຕ່ກິ້ງເກືອກລີເລືອຢູ່ນໍາກອງໜັງສືເທົ່ານັ້ນ, ຕ້ອງຄົ້ນຄິດຕຶກຕອງພິນິດພິຈາລະນາໄປນໍາ, ຢ່າໃຫ້ຂໍ້ມູນຂ່າວສານທີ່ເປັນໄພອັນຕະລາຍມາທັບຖົມສະໝອງຂອງພວກເຮົາ. ອີກດ້ານໜຶ່ງ, ບໍ່ຄວນເບິ່ງການອ່ານໜັງສືເປັນສິ່ງງ່າຍດາຍເກີນໄປ, ໂດຍບໍ່ຮັບຮູ້ເຂົ້າໃຈເນື້ອໃນລະອຽດ, ກຳບໍ່ໄດ້ເຖິງທາດແທ້ ແລະກຳບໍ່ໄດ້ເຖິງສິ່ງສຳຄັນຍອດຍິ່ງ.”



ທ່ານສີຈິ້ນຜິງເຫັນວ່າ: “ໃນຍຸກປັດຈຸບັນ, ຄວາມຮູ້ໃໝ່, ສະພາບໃໝ່ ແລະສິ່ງໃໝ່ໆຕ່າງໆໄດ້ເກີດຂຶ້ນຢູ່ເລື້ອຍໆ. ຄົນຄົນໜຶ່ງຕ້ອງຮຽນຮູ້ຢູ່ຕະຫຼອດຊີວິດຈຶ່ງຈະສາມາດທ່ວງທັນບາດກ້າວໄປຂ້າງໜ້າຂອງຍຸກສະໄໝໄດ້.”

ພວກເຮົາມີພຽງແຕ່ຜ່ານຈາກການອ່ານໜັງສືພະຍາຍາມຍົກສູງລະດັບຄວາມຮູ້ດ້ານຕ່າງໆ, ມີສະຕິຕື່ນຕົວໃນການຮຽນຄວາມຮູ້ດ້ານວິທະຍາສາດແລະວັດທະນະທຳຕ່າງໆ, ເລັ່ງຮຽນຄວາມຮູ້ໃໝ່ຢູ່ເລື້ອຍໆ, ເປີດກວ້າງສາຍຕາແລະມູມມອງເທົ່ານັ້ນ, ຈຶ່ງຈະສາມາດເສີມສ້າງຄວາມສາມາດໃຫ້ເຂັ້ມແຂງ, ຈຶ່ງຈະຍາດໄດ້ທ່າບຸກ, ຍາດໄດ້ທ່າແຮງ ແລະຍາດໄດ້ອະນາຄົດ.