ຟີລິບປີນປະຕິເສດອີກເທື່ອໜຶ່ງວ່າໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກັບຈີນກ່ຽວກັບການແກ້ໄຂສະຖານະການຢູ່ເກາະເຢິນອ້າຍຢ່າງເໝາະສົມ

2024-04-23 14:35:32 CRI

 

ຕາມຂ່າວລາຍງານວ່າ: ທ່ານເອດູອາໂດ ອາໂນ ທີ່ເປິກສາດ້ານຄວາມໝັ້ນຄົງແຫ່ງຊາດຟີລິບປີນໄດ້ອອກຖະແຫຼງການໃນວັນທີ 20 ເມສານີ້ວ່າ: ລັດຖະບານຟີລິບປີນຊຸດນີ້ບໍ່ຮູ້ວ່າລະຫວ່າງຟີລິບປີນກັບຈີນມີຄວາມລັບແລະ “ສັນຍາສຸພາບບຸລຸດ” ຫຍັງ; ຖ້າວ່າລັດຖະບານຊຸດແລ້ວນີ້ເຄີຍໄດ້ບັນລຸສັນຍາທີ່ກ່ຽວຂ້ອງ, ກໍໄດ້ຖືກຍົກເລີກແລ້ວ.

 

ກ່ຽວກັບເລື່ອງນີ້, ທ່ານຫວ່າງເວີນປີ່ນ, ໂຄສົົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ຈີນແລະຟີລິບປີນເຄີຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການແກ້ໄຂສະຖານະການຢູ່ເກາະເຢີນອ້າຍຢ່າງເໝາະສົມ, ເຊິ່ງບໍພຽງແຕ່ສອດຄ່ອງກັບໄລຍະການປົກຄອງຂອງລັດຖະບານຟີລິບປີນຊຸດເກົ່າເທົ່ານັ້ນ, ຍັງໄດ້ສອດຄ່ອງກັບໄລຍະການປົກຄອງຂອງລັດຖະບານຟີລິບປີນຊຸດປັດຈຸບັນນຳອີກ. ນີ້ແມ່ນຄວາມເປັນຈິງທີ່ຖົກຖຽງບໍ່ໄດ້.

 

ທ່ານຫວ່າງເວີນປີ່ນກ່າວຕື່ມວ່າ: “ຟີລິບປີນໄດ້ປະຕິເສດຕໍ່ເລື່ອງນີ້ມາຫຼາຍເທື່ອແລ້ວ, ພວກເຮົາບໍ່ຮູ້ວ່າຟີລິບປີນເປັນຫ່ວງນຳເລື່ອງຫຍັງກັນແທ້? ຢາກປິດບັງເລື່ອງຫຍັງ? ຖ້າປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນເຊິ່ງບັນລຸໄດ້ລະຫວ່າງຈີນ-ຟີລິບປີນ, ແມ່ນສາມາດປົກປ້ອງສະຖຽນລະພາບແລະແກ້ໄຂສະຖານະການຢູ່ເກາະເຢີນອ້າຍໄດ້ຢ່າງມີປະສິດທິຜົນ, ເຊິ່ງສອດຄ່ອງກັບຜົນປະໂຫຍດສອງຝ່າຍລະຫວ່າງຈີນກັບຟີລິບປີນ. ການຝ່າຝືນຕໍ່ຄຳໝັ້ນສັນຍາ, ທ້າທາຍເກາະຜິດຢູ່ເລື້ອຍ. ບໍ່ພຽງແຕ່ຈະເຮັດໃຫ້ສະຖານະການຮຸນແຮງຂຶ້ນກວ່າເກົ່າເທົ່ານັ້ນ, ຍັງຈະສ້າງຜົນຮ້າຍຕໍ່ຟີລິບປີນເອງ. ຫວັງວ່າຟີລິບປີນຈະສັງເກດຄວາມເປັນຈິງຢ່າງຖືກຕ້ອງແລະຕັດສິນໃຈຢ່າງມີສະຕິປັນຍາ.”