ທ່ານ ສີຈິ້ນຜິງ ລົງເຄື່ອນໄຫວຢ້ຽມຢາມກຳແພງນະຄອນຈຸ່ງກິ່ງ

2024-04-23 17:10:58 cri

      ລະຫວ່າງວັນທີ 22 ຫາ 23 ເມສານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ ລົງເຄື່ອນໄຫວຢ້ຽມຢາມກຳແພງນະຄອນຈຸ່ງກິ່ງ. ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຮອດເຂດນິຄົມສູນກາງຈໍລະຈອນສິນຄ້າສາກົນຈຸ່ງກິ່ງ, ເຂດຊຸມຊົນບ້ານມິນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວຫຼົງໂພ່, ສູນດຳເນີນງານແລະບໍລິຫານຕົວເມືອງດິຈີຕອນກຳແພງນະຄອນຈຸ່ງກິ່ງຕາມລຳດັບ ເພື່ອເກັບກຳສະພາບການກ່ຽວກັບການເລັ່ງລັດສ້າງຊ່ອງທາງໃໝ່ທາງບົກແລະທາງທະເລຢູ່ພາກຕາເວັນຕົກຂອງຈີນ, ການດຳເນີນການປັບປຸງໃໝ່ຂອງຕົວເມືອງ,ຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຍົກລະດັບການບໍລິຫານຕົວເມືອງໃຫ້ເປັນແບບທັນສະໄໝແລະສະພາບການອື່ນໆຢູ່ທ້ອງຖິ່ນ.