ທາງລົດໄຟຈີນ-ລາວຂົນສົ່ງສິນຄ້າຂາເຂົ້າຂາອອກໄດ້ຫຼາຍກວ່າ 8 ລ້ານໂຕນ

2024-04-23 14:42:29 cri


ວັນທີ 22 ເມສານີ້, ດ່ານຊາຍແດນນະຄອນຄຸນໝີງແຈ້ງຂ່າວວ່າ, ນັບແຕ່ທາງລົດໄຟຈີນ-ລາວເປີດບໍລິການມາຮອດປັດຈຸບັນນີ້, ດ່ານຊາຍແດນນະຄອນຄຸນໝີງໄດ້ຕິດຕາມຄຸ້ມຄອງສິນຄ້າຂາເຂົ້າຂາອອກທີ່ຂົນສົ່ງຜ່ານທາງລົດໄຟຈີນ-ລາວມີຫຼາຍກວ່າ 8 ລ້ານໂຕນ.


ລົດທີ່ໃຊ້ພະລັງງານໃໝ່, ສິນຄ້າກົນຈັກເອເລັກໂຕຣນິກແລະສິນຄ້າໄຮເທັກໃໝ່ອື່ນໆທີ່ຈີນຜະລິດ ໄດ້ສົ່ງອອກໄປຂາຍຢູ່ຕ່າງປະເທດຢ່າງຕໍ່ເນື່ອງ, ສິນຄ້າໃໝ່ຈຳນວນໜຶ່ງ ເຊັ່ນ: ສາລີແລະອື່ນໆ ໄດ້ນຳເຂົ້າຈາກຕ່າງປະເທດໂດຍຜ່ານທາງລົດໄຟ, ການນຳເຂົ້າສິນຄ້າບໍ່ແຮ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງໄດ້ເຮັດໃຫ້ຈຳນວນຂົນສົ່ງສິນຄ້າເພີ່ມຂຶ້ນຢ່າງວ່ອງໄວ. ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ດ່ານບໍ່ຫານໄດ້ກາຍເປັນດ່ານຊາຍແດນທາງລົດໄຟໃຫຍ່ອັບດັບ 1 ລະຫວ່າງຈີນກັບອາຊຽນໃນ 8 ເດືອນລຽນຕິດ.