ທ່ານສີຈິ້ນຜິງ: “ສ້າງ ‘ທະນາຄານສີຂຽວ’ ແຫ່ງການພັດທະນາແບບຍືນຍົງໄວ້ໃຫ້ລູກຫຼານຄົນຮຸ່ນຫຼັງ”

2024-04-23 16:18:52 cri



 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສສຳຄັນ ແລະ ຂຽນບົດຄວາມສຳຄັນຕ່າງໆ ເຊິ່ງມີເອກະລັກໂດດເດັ່ນ, ມີທັດສະນະຄະຕິອັນເລິກແລບ ແລະ ມີເນື້ອໃນອັນເລິກເຊິ່ງ, ຖືປະຫວັດສາດເປັນແວ່ນແຍງ, ສ່ອງເຫັນສະພາບຄວາມເປັນຈິງໃນປັດຈຸບັນແລະຈ້ອງມອງເບິ່ງອະນາຄົດ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງສັດຈະທຳຂອງລັດທິມາກ. ຄຳປາໄສ ແລະ ບົດຄວາມສຳຄັນເຫຼົ່ານີ້ໄດ້ເຕັມໄປດ້ວຍພາສາທີ່ມີມົນສະເໜ່ ເຊິ່ງໄດ້ສ່ອງແສງໃຫ້ເຫັນຢ່າງແທ້ຈິງເຖິງແນວຄິດການບໍລິຫານປະເທດຂອງທ່ານສີຈິ້ນຜິງ, ທັງເປັນການສ່ອງແສງໃຫ້ເຫັນຢ່າງມີຊີວິຊີວາເຖິງມົນສະເໜ່ທາງບຸກຄະລິກກະພາບ. ຕໍ່ໄປ, ພວກເຮົາຈະພາທ່ານໄປສຳຜັດກັບມົນສະເໜ່ດ້ານສັບສຳນວນຂອງທ່ານສີຈິ້ນຜິງຜ່ານຈາກແງ່ມູມດ້ານຕ່າງໆເພື່ອຮັບຮູ້ທັດສະນະຂອງເພິ່ນກ່ຽວກັບການສ້າງຄວາມສິວິໄລດ້ານນິເວດ.

 

“ທຳມະຊາດບົ່ມເພາະທຸກສິ່ງຢ່າງຢູ່ໃນໂລກແມ່ນມີຂໍ້ຈຳກັດ, ຊັບໃນດິນສິນໃນນ້ຳກໍມີຂໍ້ຈຳກັດເຊັ່ນດຽວກັນ,” ເວລາຄົນເຮົາຊົມໃຊ້ຊັບພະຍາກອນທຳມະຊາດ ແມ່ນບໍ່ຮູ້ສຶກຕົວ, ແຕ່ຖ້າຫາກສູນເສຍໄປແລ້ວກໍຈະຍືນຍົງຄົງຕົວໄດ້ຍາກ, ມັນເປັນຊັບສົມບັດອັນປະເສີດທີ່ຫາຊື້ແລະຫາຢືມບໍ່ໄດ້.

 

ໃນເມື່ອກ່ອນ, ຂະນະທີ່ການພັດທະນາເສດຖະກິດ-ສັງຄົມຈີນໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງນັ້ນກໍປາກົດມີບັນຫາດ້ານສິ່ງແວດລ້ອມນິເວດຢ່າງຫຼວງຫຼາຍເຊັ່ນ: ເກີດໝອກຄວັນພິດຢູ່ເລື້ອຍໆ, ມີພາຍຸຊາຍຮຸນແຮງ, ແມ່ນ້ຳລຳເຊເປິເປື້ອນ, ດິນຖືກນ້ຳເຊາະເຈື່ອນ… ປີ2012, ລວມຍອດຜະລິດຕະພັນພາຍໃນຫຼືGDPຂອງຈີນກວມປະມານ11,5%ຂອງໂລກ, ແຕ່ວ່າ ການສິ້ນເປືອງພະລັງງານຕໍ່ຫົວໜ່ວຍGDPຊ້ຳພັດເທົ່າກັບ2,5ເທົ່າຂອງລະດັບສະເລ່ຍທົ່ວໂລກ.

 

ເມື່ອປະເຊີນໜ້າກັບສະພາບການທີ່ຊັບພະຍາກອນທຳມະຊາດເລັ່ງບົກແຫ້ງໄວຂຶ້ນ, ສິ່ງແວດລ້ອມເກີດມົນລະພິດນັບມື້ນັບໜັກໜ່ວງຂຶ້ນ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນດ້ວຍວິໄສທັດເບິ່ງກວ້າງມອງໄກວ່າ: “ພວກເຮົາສ້າງສາປະເທດທັນສະໄໝຕາມເສັ້ນທາງເກົ່າຂອງເອີຣົບອາເມຣິກາແມ່ນບໍ່ມີທາງອອກ. ຕ້ອງສ້າງ ‘ທະນາຄານສີຂຽວ’ແຫ່ງການພັດທະນາແບບຍືນຍົງໄວ້ໃຫ້ລູກຫຼານຄົນຮຸ່ນຫຼັງ”.

 

“ທະນາຄານ” ເປັນສະຖານທີ່ຝາກປະຢັດແລະຕໍ່ຍອດຊັບສິນ, ເມື່ອຄຳວ່າ “ທະນາຄານ” ປະສານສົມທົບກັບ “ສີຂຽວ” ກໍເປັນສັນຍາລັກໃຫ້ແກ່ສິ່ງແວດລ້ອມນິເວດແລະຊັບພະຍາກອນທີ່ສາມາດເກີດມີຄຸນຄ່າແລະມີປະສິດທິຜົນຢ່າງຕໍ່ເນື່ອງໄດ້. ຖ້າຢາກໃຫ້ລູກຫຼານຄົນຮຸ່ນຫຼັງໄດ້ຮັບຜົນປະໂຫຍດຫຼາຍດ້ານເຊັ່ນ: ນິເວດ,ເສດຖະກິດ,ສັງຄົມແລະອື່ນໆຈາກ “ທະນາຄານສີຂຽວ” ແຫ່ງນີ້ ແມ່ນຕ້ອງເຮັດໃຫ້ໄດ້ດັ່ງທີ່ທ່ານສີຈິ້ນຜິງເວົ້າວ່າ: “ຕ້ອງ ໄລ່ບັນຊີສຳຄັນຕົ້ນຕໍ, ໄລ່ບັນຊີຍາວນານ,ໄລ່ບັນຊີໂດຍລວມ, ໄລ່ບັນຊີສັງລວມ, ບໍ່ຄວນເຮັດໃຫ້ສູນເສຍຜົນປະໂຫຍດໃຫຍ່ຫຼວງຍ້ອນເຫັນແກ່ຜົນປະໂຫຍດພຽງເລັກນ້ອຍ, ໃຊ້ຈ່າຍລ່ວງໜ້າ, ຟ້າວຟັ່ງຢາກເຫັນຜົນໄວໂດຍບໍ່ພິຈາລະນາເຖິງອະນາຄົດ.”

 ຄຳປຽບທຽບທີ່ມີຊີວິດຊີວາດັ່ງກ່າວນີ້ຂອງທ່ານສີຈິ້ນຜິງໄດ້ສ່ອງແສງໃຫ້ເຫັນເຖິງວິໄສທັດແບບເບິ່ງກວ້າງມອງໄກທີ່ວາງແຜນພັດທະນາໃນຍຸກປັດຈຸບັນເພື່ອສະແຫວງຫາຜົນປະໂຫຍດຍາວນານໃຫ້ລູກຫຼານຄົນຮຸ່ນຫຼັງ. ການສ້າງຄວາມສິວິໄລດ້ານນິເວດເປັນພາລະກິດທີ່ສ້າງຜົນງານໃນຍຸກປັດຈຸບັນແຕ່ມີຄຸນປະໂຫຍດຕໍ່ຄົນຮຸ່ນຫຼັງ, ເປັນສິ່ງສຳຄັນພື້ນຖານທີ່ພົວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ ເຊິ່ງຕ້ອງໄດ້ເອົາໃຈໃສ່ສຸມຄວາມພະຍາຍາມຢ່າງບໍ່ລົດລະ.

   ເຖິງແມ່ນວ່າ ພູຂຽວນ້ຳໃສເປັນຊັບສົມບັດອັນປະເສີດກໍຕາມ, ແຕ່ມັນບໍ່ສາມາດແລກປ່ຽນໃຫ້ເປັນ “ມູນຄ່າດ້ານຕະຫຼາດ”ໄດ້ຢ່າງງ່າຍດາຍ, ຫາກຕ້ອງວາງແຜນຕາມຫຼັກວິທະຍາສາດແລະຍຶດໝັ້ນເຮັດໄປຢ່າງບໍ່ລົດລະ.

   ພາຍໃຕ້ການຊີ້ນຳຈາກແນວຄິດສີຂຽວຂອງທ່ານສີຈິ້ນຜິງ, ຈີນໄດ້ປະຕິບັດວຽກງານຕ່າງໆທີ່ມີລັກສະນະພື້ນຖານ,ລັກສະນະປະດິດສ້າງແລະລັກສະນະຍາວນານຢ່າງຮອບດ້ານຄື: ໄດ້ເຜີຍແຜ່ເອກະສານຕ່າງໆຕາມລຳດັບເຊັ່ນ: ຄວາມເຫັນວ່າດ້ວຍການເລັ່ງຊຸກຍູ້ການສ້າງຄວາມສິວິໄລດ້ານນິເວດ, ແຜນແມ່ບົດວ່າດ້ວຍການປະຕິຮູບໂຄງປະກອບຄວາມສິວິໄລດ້ານນິເວດແລະອື່ນໆ. ນອກນີ້, ກົດໝາຍວ່າດ້ວຍການອະນຸລັກສິ່ງແວດລ້ອມສາທາລະນະລັດປະຊາຊົນຈີນ ເຊິ່ງຖືກເອີ້ນວ່າ ເປັນກົດໝາຍເຄັ່ງຄັດທີ່ສຸດໃນປະຫວັດສາດຂອງຈີນ ໄດ້ສ່ອງແສງໃຫ້ເຫັນເຖິງການເຄື່ອນໄຫວແລະມາດຕະການຄຸ້ມຄອງສິ່ງແວດລ້ອມຢ່າງເປັນລະບົບ, ສ້າງແລະບູລະນະລະບຽບການຕ່າງໆກ່ຽວກັບການອະນຸລັກສິ່ງແວດລ້ອມໃຫ້ສົມບູນຂຶ້ນເປັນຕົ້ນແມ່ນ ລະບຽບການ “ພັກ-ລັດມີ ໜ້າທີ່ຮັບຜິດຊອບອັນດຽວກັນ” ແລະ ລະບຽບການ “ຕຳແໜ່ງດຽວສອງໜ້າທີ່”ຄື ນອກຈາກປະຕິບັດໜ້າທີ່ພາຍໃນຂອບເຂດຮັບຜິດຊອບຂອງຕຳແໜ່ງແລ້ວຍັງຕ້ອງປະຕິບັດວຽກງານອະນຸລັກສິ່ງແວດລ້ອມໄປພ້ອມກັນ.

ທ້ອງຖິ່ນແລະພາກສ່ວນຕ່າງໆກໍໄດ້ປະຕິບັດມາດຕະການຕິດແທດຕົວຈິງຕ່າງໆເຊັ່ນ: ປັບປຸງຢ່າງຮອບດ້ານຕໍ່ວິສາຫະກິດທີ່ບໍ່ຖືກຕ້ອງຕາມນະໂຍບາຍອຸດສາຫະກຳ,ບໍ່ສອດຄ່ອງກັບແຜນການພັດທະນາອຸດສາຫະກຳຂອງທ້ອງຖິ່ນ ແລະບໍ່ໄດ້ມາດຕະຖານດ້ານການລະບາຍມົນລະພິດຢ່າງໝັ້ນທ່ຽງ, ເລັ່ງຊຸກຍູ້ການສ້າງຕາໜ່າງທໍ່ລະບາຍນ້ຳເປື້ອນໃນຕົວເມືອງ, ປັບປຸງພື້ນຖານໂຄງລ່າງສ້າງອາຍອຸ່ນໃຫ້ນຳໃຊ້ພະລັງງານສະອາດ, ຫຼຸດຜ່ອນມົນລະພິດຈາກການໃຊ້ຖ່ານຫີນທີ່ບໍ່ໄດ້ມາດຕະຖານໃນຊີວິດປະຈຳວັນແລະອື່ນໆ, ຊຸກຍູ້ການປັບປຸງຄຸນນະພາບສິ່ງແວດລ້ອມນິເວດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ຢູ່ປະເທດຈີນໃນທຸກມື້ນີ້, ທ້ອງຟ້າທີ່ຖືກປົກຄຸມດ້ວຍໝອກຄວັນພິດໃນເມື່ອກ່ອນໄດ້ປອດໂປ່ງສົດໃສຂຶ້ນເທື່ອລະກ້າວ, ຄຸນນະພາບສິ່ງແວດລ້ອມທາງນ້ຳໄດ້ເກີດມີການປ່ຽນແປງລັກສະນະບາດລ້ຽວ, ດິນແດນພູຜາແມ່ນ້ຳປົກຄຸມໄປດ້ວຍສີຂຽວງອກງາມຍິ່ງຂຶ້ນ. ປີ2023, ຈຳນວນມື້ທີ່ມີຄຸນນະພາບອາກາດດີສະເລ່ຍຕໍ່ຕົວເມືອງທົ່ວປະເທດຈີນໄດ້ກວມ85,5%ຂອງໝົດປີ, ຄຸນນະພາບນ້ຳເທິງໜ້າດິນທີ່ໄດ້ມາດຕະຖານທີ່ດີ(ຄືປະເພດທີⅠ—Ⅲ)ໃນທົ່ວປະເທດຈີນໄດ້ບັນລຸເຖິງ89,4%,ເນື້ອທີ່ປ່າໄມ້ແລະປະລິມານສະສົມປ່າໄມ້ໄດ້ບັນລຸການເຕີບໂຕມາເປັນເວລາ40ປີຕິດຕໍ່ກັນ.

ເມື່ອມີມູນຄ່າສະສົມສີຂຽວແລ້ວ ຈຶ່ງຈະມີມູນຄ່າເພີ່ມສີຂຽວ,  “ທະນາຄານສີຂຽວ”ໄດ້ເຮັດໃຫ້ສີຂຽວນິເວດເກີດມີສີຄຳດ້ານການສ້າງຄວາມຮັ່ງມີ.

ລະຫວ່າງປີ2012-2022, ຈີນໄດ້ອີງໃສ່ປ່າສຳຮອງແຫ່ງຊາດເພື່ອພັດທະນາອຸດສາຫະກຳສີຂຽວ, ສາມາດສ້າງລາຍຮັບໄດ້ເກືອບ10ຕື້ຢວນ. ຢູ່ຕາແສງຊ້ຽງຢົງ ເມືອງໄຫລຸນແຂວງເຮີຍລົງຈ່ຽງ ທາງພາກຕາເວັນອອກສຽງເໜືອງຂອງຈີນ, ປ່າໄມ້ທີ່ສະເພາະແຕ່ສະໜອງຟືນແລະຖ່ານທີ່ຢູ່ພາຍໃຕ້ການຄອບຄອງຂອງຄອບຄົວທຸກຍາກບໍ່ພຽງແຕ່ສາມາດສ້າງລາຍໄດ້ຢ່າງຕໍ່ເນື່ອງເທົ່ານັ້ນ, ຍັງສາມາດສ້າງວຽກເຮັດງານທຳດ້ານການອະນຸລັກປ່າໄມ້ໄດ້ນຳອີກ. ຢູ່ບ້ານປ່ຽນມ໋າໂກ່ວນະຄອນຊີ່ໜິງແຂວງຊິງໄຫ, ພູເຮື້ອທີ່ເຄີຍຫຼັບໄຫຼມາເປັນເວລາຍາວນານນັ້ນໄດ້ກາຍມາເປັນທະເລດອກໄມ້ແລະທະເລປ່າໄມ້, ອຸດສາຫະກຳຕ່າງໆເຊັ່ນ ການທ່ອງທ່ຽວ, ເສດຖະກິດປ່າໄມ້ແລະອື່ນໆໄດ້ຂະຫຍາຍຊ່ອງທາງສ້າງຄວາມຮັ່ງມີໃຫ້ປະຊາຊົນນັບມື້ນັບກວ້າງອອກ.

ການພັດທະນາອຸດສາຫະກຳສີຂຽວບໍ່ພຽງແຕ່ໄດ້ຕອບສະໜອງຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດທີ່ດີງາມເທົ່ານັ້ນ, ມັນຍັງເປັນ “ທຸລະກິດຍາວນານ”ທີ່ສ້າງຄວາມຜາສຸກໃຫ້ແກ່ລູກຫຼານຄົນຮຸ່ນຫຼັງອີກດ້ວຍ.  ເມື່ອມຸ່ງໜ້າສູ່ອະນາຄົດ, ການພັດທະນາ “ທະນາຄານສີຂຽວ”ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນແມ່ນຍັງຕ້ອງຄົ້ນຄວ້າຊ່ອງທາງໃໝ່ແຫ່ງການພັດທະນາສີຂຽວ, ຍາດເອົາກາລະໂອກາດດ້ານການແຂ່ງຂັນຕະຫຼາດໃນອະນາຄົດ, ເຮັດໃຫ້ກຳລັງການຜະລິດໃນຄຸນນະພາບໃໝ່ເຊັ່ນ: ກະສິກຳສາມມິຕິ(ກະສິກຳທີ່ພັດທະນາດ້ວຍຮູບແບບການດຳເນີນທຸລະກິດກວມລວມ), ເຕັກໂນໂລຊີຊີວະພາບ, ເຕັກນິກວິທະຍາສາດທາງທະເລ, ພະລັງງານໄຟຟ້າແສງຕາເວັນແລະອື່ນໆກາຍເປັນຈຸດເຕີບໂຕໃໝ່ດ້ານເສດຖະກິດ.

ບົນເສັ້ນທາງກ້າວເດີນໄປຂ້າງໜ້າແຫ່ງຄວາມທັນສະໄໝແບບຈີນ, ມີພຽງແຕ່ສ້າງ “ທະນາຄານສີຂຽວ” ໃຫ້ດີຂຶ້ນເທົ່ານັ້ນ ຈຶ່ງຈະສາມາດຮັກສາບ້ານເມືອງທີ່ສວຍງາມ,ມີທ້ອງຟ້າປອດໂປ່ງສົດໃສກວ່າເກົ່າ, ພູຂຽວກວ່າເກົ່າແລະນ້ຳໃສກວ່າເກົ່າໄວ້ໃຫ້ກັບລູກຫຼານຄົນຮຸ່ນຫຼັງໄດ້.