ຣັດເຊຍ:ຖ້າໂປໂລຍີອາວຸດນິວເຄລຍຂອງອາເມຣິກາຕິດຕັ້ງຢູ່ຈະແມ່ນເປົ້າໝາຍໂຈມຕີທີ່ຊອບກົດໝາຍຂອງຣັດເຊຍ

2024-04-23 11:18:52 CRI

    ເວັບໄຊກະຊວງການຕ່າງປະເທດຣັດເຊຍລາຍງານວ່າ: ວັນທີ 22 ເມສານີ້,ໃນເວລາວິຈານຄວາມເວົ້າຂອງທ່ານອັນເຈ ດູດາ ປະທານາທິບໍດີໂປໂລຍທີ່ກ່າວໃນເວລາໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບ “ໄດ້ກະກຽມຄວາມພ້ອມຕິດຕັ້ງອາວຸດນິວເຄລຍອາເມຣິກາຢູ່ໂປໂລຍແລ້ວ”, ທ່ານນາງມາເຣຍ ຊາຣາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ເປັນເວລາດົນນານມາແລ້ວ, ໂປໂລຍໄດ້ຕັ້ງໜ້າເຊື່ອມໂຍງເຂົ້າກັບນະໂຍບາຍທີ່ຖືຣັດເຊຍເປັນຄູ່ປໍລະປັກຂອງອາເມຣິກາມາໂດຍຕະຫຼອດ,ຄວາມເວົ້າແບບທ້າທາຍເກາະຜິດແນວນີ້ໄດ້ເກີດຂຶ້ນມາຫຼາຍເທື່ອແລ້ວ.


 

     ທ່ານນາງກ່າວຕື່ມວ່າ “ເວົ້າສຳລັບໂປໂລຍແລ້ວ,ພຽງແຕ່ເປັນສະມາຊິກນາໂຕແມ່ນຍັງບໍ່ທັນມີຄວາມພໍໃຈເທ່ອ, ໂປໂລຍຍັງກຳລັງຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມແຜນການທີ່ເອີ້ນວ່າ ‘ໜ້າທີ່ນິວເຄລຍຮ່ວມ’ ຂອງນາໂຕ”.

 

     ທ່ານນາງມາເຣຍ ຊາຄາໂຣວາກ່າວເນັ້ນວ່າ: ຖ້າອາວຸດນິວເຄລຍຂອງອາເມຣິກາຕິດຕັ້ງຢູ່ໂປໂລຍແທ້, ສິ່ງກໍ່ສ້າງທີ່ກ່ຽວຂ້ອງຈະຖືກຈັດເຂົ້າໃນ “ບັນຊີລາຍຊື່ເປົ້າໝາຍການໂຈມຕທີ່ີຊອບດ້ວຍກົດໝາຍ”ໃນທັນທີ ເມື່ອຮອດເວລາທີ່ຣັດເຊຍ ກັບ ນາໂຕເກີດການປະທະກັນທາງການທະຫານໂດຍກົງໃນທັນທີ.