ຈີນຮຽກຮ້ອງໃຫ້ເຈົ້າໜ້າທີ່ໂກໂຊໂວຍຸດຕິການກະທຳແຕ່ຝ່າຍດຽວທີ່ເຮັດໃຫ້ຂໍ້ຂັດແຍ້ງ ແລະ ການເປັນປໍລະປັກກັນຮ້າຍແຮງຂຶ້ນ

2024-04-23 15:23:11 CRI

    ວັນທີ 22 ເມສານີ້, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນກອງປະຊຸມເປີດກວ້າງກ່ຽວກັບບັນຫາໂກໂຊໂວຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດໂດຍຮຽກຮ້ອງໃຫ້ເຈົ້າໜ້າທີ່ໂກໂຊໂວຍຸດຕິການກະທຳແຕ່ຝ່າຍດຽວທີ່ເຮັດໃຫ້ຂໍ້ຂັດແຍ້ງ ແລະ ການເປັນປໍລະປັກກັນຮ້າຍແຮງຂ້ຶນ.


 

    ທ່ານຟູ້ຊົ່ງກ່າວວ່າ: ໃນໄລຍະໜຶ່ງຜ່ານມານີ້, ສະຖານະການຢູ່ພາກເໜືອໂກໂຊໂວເຄັ່ງຕຶງຂຶ້ນ, ເຫດການໃຊ້ກຳລັງຮຸນແຮງເກີດຂຶ້ນຢູ່ເລື້ອຍໆ. ເຈົ້າໜ້າທີ່ໂກໂຊໂວປະກາດວ່າ ຫ້າມບໍ່ໃຫ້ໃຊ້ເງິນຕາແຊັກບີ ແລະ ກວດກາຊາວເຊື້ອສາຍແຊັກບີດ້ວຍຄວາມຮຸນແຮງ, ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ທີ່ເປັນປົກກະຕິຂອງຊາວເຊື້ອສາຍແຊັບບີ, ໄດ້ສ້າງຄວາມຢ້ານກົວ ແລະ ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ, ຈີນໄດ້ເອົາໃຈໃສ່ນຳເລື່ອງນີ້ຢ່າງໃກ້ຊິດ. ຈີນຮຽກຮ້ອງໃຫ້ເຈົ້າໜ້າທີ່ໂກໂຊໂວຍົກເລີກຂໍ້ຕົກລົງທີ່ບໍ່ສົມເຫດສົມຜົນທີ່ກ່ຽວຂ້ອງ, ຍຸດຕິການກະທຳແຕ່ຝ່າຍດຽວທີ່ຈະເຮັດໃຫ້ຂໍ້ຂັດແຍ້ງ ແລະ ການເປັນປໍລະປັກກັນຮ້າຍແຮງຂຶ້ນຕື່ມ.