ກະຊວງການຕ່າງປະເທດຈີນ: ຊົມເຊີຍມານດີວຈັດການເລືອກຕັ້ງລັດຖະສະພາຢ່າງສຳເລັດຜົນ

2024-04-23 14:41:19 cri


ວັນທີ 22 ເມສານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ສະແດງຄວາມຊົມເຊີຍຕໍ່ມານດີວ ທີ່ຈັດການເລືອກຕັ້ງລັດຖະສະພາຢ່າງສຳເລັດຜົນ, ໂດຍກ່າວວ່າ: ຈີນເຄົາລົບຄວາມຕັດສິນໃຈຂອງປະຊາຊົນມານດີວຢ່າງເຕັມທີ່.


ຕາມຂ່າວແຈ້ງວ່າ, ອີງຕາມຜົນການນັບຄະແນນເບື້ອງຕົ້ນຂອງຄະນະກຳມະການເລືອກຕັ້ງມານດີວ, ພັກສະພາປະຊາຊົນທີ່ເປັນພັກກຳອຳນາດທີ່ນຳພາໂດຍທ່ານ ໂມຮາເມັດ ມຸຍຊູ ປະທານາທິບໍດີມານດີວ  ໄດ້ຮັບໄຊຊະນະໃນການເລືອກຕັ້ງລັດຖະສະພາໂດຍໄດ້ຮັບຈຳນວນບັດລົງຄະແນນສຽງເລືອກຕັ້ງຫຼາຍກວ່າພັກອື່ນໆຢ່າງຫຼວງຫຼາຍ.


ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານວ່າງເວີນປີ່ນກ່າວວ່າ, ຈີນຍິນດີທຳຄວາມພະຍາຍາມຮ່ວມກັນກັບມານດີວ, ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ, ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບມານດີວຢ່າງບໍ່ຢຸດຢັ້ງ, ເລັ່ງລັດການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມານດີວ.