ທ່ານຫຼີສຽງເປັນປະທານການຮ່ຳຮຽນຫົວຂໍ້ສະເພາະຄັ້ງທີ 7 ຂອງຄະນະລັດຖະບານຈີນ

2024-04-23 14:37:36 CRI

 

ຕອນບ່າຍວັນທີ 22 ເມສານີ້, ຄະນະລັດຖະບານຈີນໄດ້ຖືເອົາການ “ລົງເລິກການປະຕິຮູບຂອງຕະຫຼາດທຶນຕື່ມອີກ, ຊຸກຍູ້ໃຫ້ຕະຫຼາດທຶນພັດທະນາຢ່າງໝັ້ນທ່ຽງແລະປອດໃສ” ເປັນຫົວຂໍ້ຫຼັກ, ດຳເນີນການຮໍ່າຮຽນຫົວຂໍ້ສະເພາະຄັ້ງທີ 7. ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນກ່າວເນັ້ນໜັກໃນເວລາເປັນປະທານການຮໍ່າຮຽນວ່າ: ຕ້ອງລົງເລິກຮ່ຳຮຽນແລະປະຕິບັດຈິດໃຈການຊີ້ນຳທີ່ສຳຄັນກ່ຽວກັບການພັດທະນາຕະຫຼາດທຶນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ, ເລ່ັງລັດການສ້າງຕະຫຼາດທຶນທີ່ປອດໄພ, ເປັນລະບຽບ, ໂປ່ງໃສ, ເປີດກວ້າງ, ມີພະລັງຊີວິດແລະມີຄວາມໝັ້ນໜຽວ, ຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງດ້ານການທະນາຄານ, ເພື່ອຮັບໃຊ້ພາກສ່ວນຄວາມທັນສະໄໝແບບຈີນ.