ເລີ່ມດຳເນີນການຊ້ອມຮົບຮ່ວມລະຫວ່າງຟີລິບປີນ-ອາເມຣິກາພາຍໃຕ້ລະຫັດ “ຄຽງບ່າຄຽງໄຫຼ່” ປະຈຳປີ 2024 ທ່າມກາງສຽງປະທ້ວງ

2024-04-23 14:36:33 CRI

 

ວັນທີ 22 ເມສານີ້, ຝ່າຍທະຫານຟີລິບປີນແລະອາເມຣິກາໄດ້ເລີ່ມດຳເນີນການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ຄຽງບ່າຄຽງໄຫຼ່” ປະຈຳປີ 2024 ຢູ່ນະຄອນຫຼວງມານີລາຂອງຟີລິບປີນເຊິ່ງຈະດຳເນີນໄປເປັນເວລາ 19 ວັນ. ມີມວນຊົນຟີລິບປີນຈຳນວນຫຼາຍໄດ້ຈັດການໂຮມຊຸມນຸມເພື່ອປະທ້ວງຕໍ່ການຊ້ອມຮົບຮ່ວມຄັ້ງນີ້, ນັກວິຊາການຈຳນວນໜຶ່ງເຫັນວ່າການຊ້ອມຮົບຮ່ວມລະຫວ່າງຟີລິບປີນ-ອາເມຣິກາອາດຈະຂົ່ມຂູ່ຕໍ່ຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນ.

 

ຝ່າຍທະຫານຟີລິບປີນແຈ້ງໃຫ້ຮູ້ວ່າ: ການຊ້ອມຮົບຮ່ວມຄັ້ງນີ້ມີທະຫານເຂົ້າຮ່ວມຫຼາຍກວ່າ 16.700 ຄົນ, ໃນນັ້ນທະຫານຟີລິບປີນມີ 5000 ຄົນແລະທະຫານອາເມຣິກາມີ 11.000 ຄົນ, ແມ່ນການຊ້ອມຮົບຮ່ວມທີ່ມີຂະໜາດໃຫຍ່ທີ່ສຸດໃນຮອບຫຼາຍປີຜ່ານມາ.