ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”ແລະ ງານວາງສະແດງຮູບພາບ ແລະ ວິດີໂອຈັດຂຶ້ນຢູ່ນະຄອນສ່ານຢ້າແຂວງໄຫຫຼຳ

2024-04-23 16:55:16 cri

ວັນທີ 23 ເມສານີ້, ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”ແລະ ງານວາງສະແດງຮູບພາບ ແລະ ວິດີໂອທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນສ່ານຢ້າແຂວງໄຫຫຼຳ. ມີຜູ້ຕາງໜ້າຈາກໂທລະພາບສາກົນຈີນຫຼື CGTN ທີ່ສັງກັດ CMG, CMG ສາຂາໄຫຫຼຳ, ຄະນະໂຄສະນາອົບຮົມແຂວງໄຫຫຼຳ, ຄະນະໂຄສະນາອົບຮົມນະຄອນຊ່ານຢ້າ ຜູ້ຕາງໜ້າສື່ມວນຊົນຂັ້ນສູນກາງປະຈຳແຂວງໄຫຫຼຳ, ພ້ອມດ້ວຍນັກຂ່າວ ທີ່ມາຈາກ ສື່ສຳຄັນ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ  ໄດ້ເຂົ້າຮ່ວມພິທີເປີດກິດຈະກຳດັ່ງກ່າວ.

ທ່ານນາງຈ່າງຫຸ່ຍ ຮອງຫົວໜ້າສູນລາຍການພາສາພາກພື້ນອາຊີອາຟຣິກາຂອງ CMG ໄດ້ປະກອບຄຳເຫັນໃນພິທີເປີດວ່າ: ຈີນ ແລະ ບັນດາປະເທດສະມາຊິກອາຊຽນມີພູຜາແມ່ນ້ຳຕິດຈອດກັນ, ມີວັດທະນະທຳຮີດຄອງປະເພນີຂອງປະຊາຊົນທີ່ຄ້າຍຄືກັນ, ມີປະສົບການໃນປະຫວັດສາດທີ່ຄ້າຍຄືກັນ ແລະ ມີຄວາມໃຝ່ຝັນທີ່ຄືກັນ. CMG ໄດ້ສ້າງສາຍພົວພັນການຮ່ວມມືຫຼາກຫຼາຍກັບສື່ມວນຊົນ 100 ກວ່າແຫ່ງຂອງປະເທດສະມາຊິກອາຊຽນ, ຫວັງວ່າຜ່ານກິດຈະກຳ “‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”, ຈະຊຸກຍູ້ການຮ່ວມມືລະຫວ່າງສື່ມວນຊົນຈີນ ແລະ ປະເທດສະມາຊິກອາຊຽນຕື່ມອີກ, ເຮັດໃຫ້ຜູ້ຊົມຜູ້ຟັງປະເທດອາຊີຕາເວັນອອກສຽງໃຕ້ຫຼາຍກວ່າເກົ່າຮັບຮູ້ສະພາບທີ່ແທ້ຈິງຂອງປະເທດຈີນ, ປະກອບສ່ວນກຳລັງຂອງສື່ມວນຊົນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

ທ່ານຈຽງຈ້ຽນມິນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຫຫຼຳປະກອບຄຳເຫັນວ່າ: ແຂວງໄຫຫຼຳຕັ້ງຢູ່ຈຸດເຊື່ອມຕໍ່ທີ່ສຳຄັນໃນການຮ່ວມມືລະຫວ່າງຈີນ ແລະ ອາຊຽນ, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງແຂວງໄຫຫຼຳມາເປັນເວລາຫຼາຍປີຕິດຕໍ່ກັນ. ທ່ານຫວັງວ່າ CMG ຈະຮ່ວມມືກັບສື່ມວນຊົນອາຊຽນຢ່າງແໜ້ນແຟ້ນ, ຖືເອົາກິດຈະກຳຄັ້ງນີ້ເປັນໂອກາດ, ສ້າງຂົວແຫ່ງມິດຕະພາບເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ເຊື່ອມໂຍງເຊື່ອມຈອດກັນລະຫວ່າງແຂວງໄຫຫຼຳກັບອາຊຽນ.

ທ່ານອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວໄດ້ປະກອບຄຳເຫັນໂດຍຜ່ານວີດີໂອວ່າ: “ມີສຸພາສິດວ່າ ສິບປາກເວົ້າບໍ່ທໍ່ຕາເຫັນ. ນັກຂ່າວລາວຫວັງວ່າຈະຮ່ວມກັບເພື່ອນຮ່ວມອາຊີບສື່ມວນຊົນຂອງບັນດາປະເທດ, ຮັບຮູ້ຜົນງານດ້ານພຶດຕິກຳແຫ່ງແນວຄິດການພັດທະນາຂອງຈີນ, ສຳຜັດກັບວັດທະນະທຳທີ່ອຸດົມສົມບູນ ແລະ ຊັບພະຍາກອນທ່ອງທ່ຽວຂອງຈີນ, ພ້ອມທັງຖ່າຍທອດຄວາມຮູ້ສຶກທີ່ແທ້ຈິງໃຫ້ກັບຜູ້ຊົມຜູ້ຟັງຢ່າງກວ້າງຂວາງ.”

ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ” ເປັນກິດຈະກຳສື່ມວນຊົນທີ່ຈັດຂຶ້ນໂດຍ CGTN ຂອງ CMG, ການເດີນທາງຢູ່ໄຫຫຼຳເປັນຮອບທຳອິດໃນກິດຈະກຳຄັ້ງນີ້. ນັບແຕ່ວັນທີ 22 ຫາ 28 ເມສານີ້, ຄະນະນັກຂ່າວຈີນ ແລະ ຕ່າງປະເທດ ເຊິ່ງລວມທັງ ສື່ສຳຄັນ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ ເຊັ່ນ: ລາວ, ອິນໂດເນເຊຍ, ໄທ, ຫວຽດນາມ, ມະເລເຊຍ ແລະອື່ນໆທັງໝົດ 50 ກວ່າຄົນຈະເດີນທາງຕາມແລວທາງທ່ອງທ່ຽວອ້ອມເກາະໄຫຫຼຳ, ລົງເອົາຂ່າວຕົວຈິງຢູ່ສ່ານຢ້າ, ຫຼິງສຸຍ, ວ້ານໜິງ, ຊົງໄຫ ແລະ ໄຫໂຂວ, ລາຍການທີ່ຖ່າຍທຳນັ້ນຈະອອກອາກາດຜ່ານສື່ຕ່າງໆຢູ່ປະເທດສະມາຊິກອາຊຽນ.

ງານວາງສະແດງຮູບພາບ ແລະ ວິດີໂອ ພາຍໃຕ້ຫົວຂໍ້ “‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ” ໄດ້ວາງສະແດງຜົນງານຮູບພາບ ແລະ ວີດີໂອດີເດັ່ນທີ່ ສື່ສຳຄັນຂອງຈີນ ແລະ ປະເທດສະມາຊິກອາຊຽນຮ່ວມກັນຜະລິດໃນຊຸມປີຜ່ານມານີ້, ຈາກນັ້ນຈະສືບຕໍ່ວາງສະແດງຜົນງານສັບພະສື່ທີ່ຜະລິດໃນກິດຈະກຳຄັ້ງນີ້.