IEA:ໃນ 10 ປີຕໍ່ໜ້າ ຄວາມຕ້ອງການລົດພະລັງງານໄຟຟ້າຂອງໂລກຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ

2024-04-24 15:51:02 CRI

 

    ວັນທີ 23 ເມສານີ້, ອົງການພະລັງງານສາກົນ ຫຼື IEA ປະກາດບົດລາຍງານຈ້ອງມອງເບິ່ງລົງພະລັງງານໄຟຟ້າທົ່ວໂລກປະຈຳປີ 2024 ໂດຍໃຫ້ຮູ້ວ່າ: ໃນເວລາ 10 ປີຕໍ່ໜ້າ, ຄວາມຕ້ອງການລົດພະລັງງານໄຟຟ້າຂອງທົ່ວໂລກຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດວ່າ: ປະລິມານການຈຳໜ່າຍໃນປີ 2024 ຈະບັນລຸເຖິງ 17 ລ້ານຄັນ, ກວມຫຼາຍກວ່າ 1/5 ຂອງຍອດປະລິມານການຈຳໜ່າຍລົດຍົນຂອງໂລກ. ຄວາມຕ້ອງການລົດພະລັງງານໄຟຟ້າເພີ່ມຂຶ້ນຢ່າງວ່ອງໄວຈະເຮັດໃຫ້ອຸດສາຫະກຳລົດຍົນທົ່ວໂລກໄດ້ຮັບການປັບປຸງຄືນໃໝ່ ແລະ ຫຼຸດລົງການສິ້ນເປືອງນ້ຳມັນເຊື້ອໄຟໃນຂົງເຂດຄົມມະນາຄົມທາງບົກຢ່າງເດັ່ນຊັດ.


    ບົດລາຍງານທີ່ມີຫົວຂໍ້ “ຈ້ອງມອງເບິ່ງລົດພະລັງງານໄຟຟ້າທົ່ວໂລກປີ 2024”ສະບັບນີ້ຄາດຄະເນວ່າ: ປີ 2024, ປະລິມານການຈຳໜ່າຍລົດພະລັງງານໄຟຟ້າຂອງຈີນຈະເພີ່ມຂຶ້ນຮອດປະມານ 10 ລ້ານຄັນ, ກວມປະມານ 45% ຂອງປະລິມານການຈຳໜ່າຍລົດຍົນຂອງຈີນ. ຢູ່ອາເມຣິກາ ແລະ ເອີຣົບ, ອັດຕາສ່ວນການຈຳໜ່າຍລົດພະລັງງານໄຟຟ້າຄາດວ່າຈະຢູ່ລະດັບປະມານ 1/9 ແລະ 1/4 ຕາມລຳດັບ.