ຈັດວັນພາສາຈີນອົງການສະຫະປະຊາຊາດ ກໍຄືງານຮູບເງົາ CMG ຢູ່ຕ່າງປະເທດຄັ້ງທີ 4 ຢ່າງສຳເລັດຜົນ

2024-04-24 15:47:51 CRI

    ວັນທີ 23 ເມສານີ້, ກິດຈະກຳວັນພາສາຈີນອົງການສະຫະປະຊາຊາດ ກໍຄືງານຮູບເງົາວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ຕ່າງປະເທດຄັ້ງທີ 4ທີ່ຮ່ວມກັນຈັດຂຶ້ນໂດຍ CMG, ສຳນັກງານອົງການສະຫະປະຊຊາດປະຈຳເຊີແນວ, ຄະນະຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດແລະ ອົງການຈັດຕັ້ງສາກົນອື່ນໆທີ່ນະຄອນເຊີແນວຂອງສະວິສໄດ້ຈັດຂຶ້ນຢູ່ຫໍນາໆຊາດສຳນັກງານອົງການສະຫະປະຊາຊາດປະຈຳເຊີແນວ. ມີຜູ້ຕາງໜ້າ, ນັກການທູດທີ່ເປັນຊາວໜຸ່ມທີ່ມາຈາກ 50 ກວ່າປະເທດ ພ້ອມທັງເຈົ້າໜ້າທີ່ອົງການຈັດຕັ້ງສາກົນ ແລະ ອົງການອື່ນໆປະຈຳເຊີແນວ ລວມທັງໝົດ 300 ກວ່າຄົນໄດ້ເຂົ້າຮ່ວມກິດຈະກຳເທື່ອນີ້.



   ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວນການໃຫຍ່ CMG ໄດ້ກ່າວຄຳປາໄສຜ່ານທາງວິດີໂອໂດຍກ່າວວ່າ: ຫວັງວ່າຜ່ານກິດຈະກຳເທື່ອນີ້ຈະສາມາດດຶງດູດຊາວໜຸ່ມຕ່າງປະເທດຫຼາຍກວ່າເກົ່າມາຢ້ຽມຢາມຈີນ ເພື່ອສຳຜັດກັບຈີນໃນຍຸກສະໄໝໃໝ່ຢ່າງແທ້ຈິງ  ແລະຮອບດ້ານ.