ທ່ານສີຈິ້ນຜິງລົງຢ້ຽມຢາມເຂດຊຸມຊົນບ້ານມິນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວໂຫງໂພ່ກຳແພງນະຄອນຈຸ່ງກິ່ງ

2024-04-24 11:05:14 cri



ວັນທີ22ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ລົງເຄື່ອນໄຫວຢ້ຽມຢາມເຂດຊຸມຊົນບ້ານມີນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວໂຫງໂພ່ກຳແພງນະຄອນຈຸ່ງກິ່ງເພື່ອເກັບກຳສະພາບການຕ່າງໆຂອງທ້ອງຖິ່ນແຫ່ງນີ້ເຊັ່ນ: ການປັບປຸງໃໝ່ຂອງຕົວເມືອງ,ການຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະອື່ນໆ.

ເຂດຊຸມຊົນບ້ານມິນຈູສ້າງຕັ້ງຂຶ້ນລະຫວ່າງຊຸມປີ1950-1990, ເປັນເຂດຄຸ້ມຫໍພັກຂອງກຳມະກອນໂຮງງານຜະລິດເຄື່ອງຈັກຈ້ຽນເຊີ້ແຫ່ງລັດໃນເມື່ອກ່ອນ, ມີສິ່ງກໍ່ສ້າງທັງໝົດ55ຫຼັງໄດ້ຮັກສາໄວ້ຈົນມາເຖິງປັດຈຸບັນ. ຕົ້ນປີ2022, ເຂດຊຸມຊົນບ້ານມິນຈູໄດ້ເລີ່ມດຳເນີນໂຄງການປັບປຸງໃໝ່ ໂດຍປັບປຸງສິ່ງກໍ່ສ້າງກວມເນື້ອທີ່110.000 ຕາແມັດ, ມ້າງທຳລາຍເຮືອນເປ່ເພຊຸດໂຊມທີ່ມີເນື້ອທີ່43.000ຕາແມັດ, ປັບປຸງຍົກລະດັບສະພາບແວດລ້ອມທີ່ກ່ຽວຂ້ອງໃນເນື້ອທີ່90.000ຕາແມັດ.



ເຂດຊຸມຊົນບ້ານມິນຈູມີພົນລະເມືອງດຳລົງຊີວິດເປັນປະຈຳ8.054ຄົນ. ໂດຍສຸມໃສ່ຄວາມຮຽກຮ້ອງຕ້ອງການຂອງກຸ່ມຄົນຈຸດສຸມເຊັ່ນ: ຜູ້ເຖົ້າແລະເດັກນ້ອຍເປັນຕົ້ນ, ເຂດຊຸມຊົນດັ່ງກ່າວໄດ້ດຳເນີນການຄຸ້ມຄອງແບບຮັດກຸມໂດຍແບ່ງເປັນຈຸດຕ່າງໆ, ໃຫ້ການບໍລິການຢ່າງລະອຽດແກ່ພົນລະເມືອງ, ອີງໃສ່ລະບົບເວທີຂໍ້ມູນຂ່າວສານກວມລວມສຳລັບລາຍງານວຽກງານແບບອັດສະລີຍະທີ່ຊື່ວ່າ “ແບບຟອມດຽວ” ໂດຍສາມາດຫຼຸດຜ່ອນພາລະຂອງຂັ້ນຮາກຖານໄດ້ຢ່າງຮອບດ້ານ, ສ້າງໃຫ້ມີບັນຍາກາດທີ່ດີໃນການຄຸ້ມຄອງເຂດຊົມຊົນແບບ “ແກ້ໄຂບັນຫານ້ອຍໃຫ້ເປັນໜ້າທີ່ຂອງເຂດຊຸມຊົນ, ແກ້ໄຂບັນຫາໃຫຍ່ໃຫ້ເປັນໜ້າທີ່ຂອງເຂດຄຸ້ມຖະໜົນ, ສຳລັບບັນຫາຫຍຸ້ງຍາກຈະບໍ່ໃຫ້ເດືອດຮ້ອນຫາຂັ້ນເທິງ.”