ບາງປະເທດສ້າງກະແສຂ່າວທີ່ເອີ້ນວ່າ “ຖ້ອຍຄວາມການຂົ່ມຂູ່ນັກສືບຈີນ” ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຍຸດຕິການເຄື່ອນໄຫວທາງການເມືອງທີ່ຄັດຄ້ານຈີນ

2024-04-24 15:53:27 CRI


    ໂດຍແນໃສ່ບົດລາຍງານຂອງເຢຍລະມັນ ແລະ ອັງກິດໃນຫວ່າງມໍ່ໆມານີ້ກ່ຽວກັບທີ່ອັນເອີ້ນວ່າການຂົ່ມຂູ່ຈາກນັກສືບຈີນ ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 23 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ: ຈຸດປະສົງການສ້າງກະແສຂ່າວທີ່ກ່ຽວຂ້ອງແມ່ນຈະແຈ້ງທີ່ສຸດ ກໍ່ຄື ເພື່ອໃສ່ຮ້າຍປ້າຍສີຈີນ, ທຳລາຍບັນຍາກາດດ້ານການຮ່ວມມືລະຫວ່າງຈີນ ກັບ ສະຫະພາບເອຣົບ. ຈີນຮຽກຮ້ອງໃຫ້ຝ່າຍທີ່່ກ່ຽວຂ້ອງປະຖິ້ມແນວຄິດສົງຄາມເຢັນ, ຍຸດຕິການເຄື່ອນໄຫວທາງການເມືອງທີ່ຄັດຄ້ານຈີນແບບທີ່ເອີ້ນວ່າ “ຄວາມສ່ຽງຈາກນັບສືບ”. ພວກຂ້າພະເຈົ້າກ່າວເນັ້ນວ່າ: ຈີນຍຶດໝັ້ນດຳນີນການຮ່ວມມືກັບປະເທດຕ່າງໆຢູ່ໃນໂລກ ເຊິ່ງລວມທັງເອີຣົບບົນພື້ນຖານຫຼັກການທີ່ເຄົາລົບເຊິ່ງກັນແລະກັນ ບໍ່ແຊກແຊງວຽກງານພາຍໃນຂອງກັນຢ່າງສະເໝີຕົ້ນສະເໝີປາຍ , ພວກຂ້າພະເຈົ້າຍັງໄດ້ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກັບຝ່າຍທີ່ກ່ຽວຂ້ອງບົນພື້ນຖານທີ່ເຄົາລົບລະບຽບກົດໝາຍ.