ເຈົ້າຊີວິດຊອກດານີ: ຈຳເປັນຕ້ອງພະຍາຍາມບັນລຸການຢຸດຍິງທັນທີແລະຖາວອນຢູ່ເຂດກາຊາ

2024-04-24 14:40:06 CRI

 

ວັນທີ 23 ເມສານີ້, ສົມເດັດອັບດຸນລາ ບິນ ອານ ຮຸສເຊອິນ ເຈົ້າຊີວິດແຊນດານີໄດ້ກ່າວໃນເວລາຕ້ອນຮັບສົມເດັດມີຊານ ອານ ອາມັດ ອານ ຈາເບີ ອານຊາບາ ເຈົ້າຄອງລັດກູເວດທີ່ເດີນທາງໄປຢ້ຽມຢາມຊອກດານີວ່າ: ຈຳເປັນຕ້ອງພະຍາຍາມບັນລຸການຢຸດຍິງທັນທີແລະຖາວອນຢູ່ເຂດກາຊາ.

 

ອີງຕາມຖະແຫຼງການທີ່ເຜີຍແຜ່ໂດຍສຳນັກພະລາຊະວັງຊອກດານີໃນວັນທີ 23 ເມສານີ້ວ່າ: ສົມເດັດອັບດຸນລາ ບິນ ອານ ຮຸສແຊນໄດ້ກ່າວໃນເວລາພົບປະວ່າ: ບັນດາປະເທດອາຣັບຄວນພະຍາຍາມຮ່ວມກັນເພື່ອຮັບມືກັບສະພາບການດ້ານມະນຸດສະທຳທີ່ມີລັກສະນະເປັນໄພພິບັດເກີດຂຶ້ນຢູ່ເຂດກາຊາ. ການປ່ຽນແປງຮ້າຍແຮງຂຶ້ນຂອງສະຖານະການໃນຫວ່າງມໍ່ໆມານີ້ອາດຈະເຮັດໃຫ້ພາກພື້ນຕົກຢູ່ໃນສະພາບການບໍ່ປອດໄພແລະບໍ່ມີສະຖຽນລະພາບ. ສົມເດັດໄດ້ກ່າວເນັ້ນວ່າ: ຈຳເປັນຕ້ອງຖືເອົາ “ແຜນການສອງປະເທດ” ເປັນພື້ນຖານເພື່ອສະແຫວງຫາອະນາຄົດການແກ້ໄຂທາງການເມືອງກ່ຽວກັບບັນຫາປາແລັດສະຕິນ.