ທ່ານສີຈິ້ນຜິງ: ພະຍາຍາມຂະຫຍາຍເສັ້ນລັດສະໝີແຫ່ງຄວາມຮູ້

2024-04-24 18:22:07 cri



 

ວັນທີ23ເມສາ2024ເປັນວັນອ່ານໜັງສືໂລກຄົບຮອບ29ປີ. 

 

ຢູ່ໃນໂລກປັດຈຸບັນ, ຂໍ້ມູນຂ່າວສານໄດ້ປ່ຽນແປງໃໝ່ຢູ່ເລື້ອຍໆຢ່າງວ່ອງໄວ, ບໍ່ວ່າເວົ້າສຳລັບເພື່ອການເຕີບໃຫຍ່ຂອງຕົນເອງຫຼືຊຸກຍູ້ຄວາມກ້າວໜ້າທາງສັງຄົມ, ການຮ່ຳຮຽນລ້ວນແຕ່ເປັນພະລັງແຮງທີ່ຂາດບໍ່ໄດ້.

 

ວັນທີ21ຕຸລາ2013, ໃນເວລາກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມນັກສຶກສາທີ່ຮຽນຈົບຈາກຕ່າງປະເທດຂອງຈີນຄົບຮອບ100ປີ, ທ່ານສີຈິ້ນຜິງໄດ້ຍົກເອົາຄຳເວົ້າປະໂຫຍກໜຶ່ງມາກ່າວວ່າ: “ອະນາຈັກຂອງແຕ່ລະຄົນຕ່າງກໍເປັນວົງມົນອັນໜຶ່ງ, ການຮຽນຄືເສັ້ນລັດສະໝີ, ເມື່ອເສັ້ນລັດສະໝີມີຄວາມຍາວຍິ່ງຫຼາຍເທົ່າໃດ ກໍຈະມີອະນາຈັກຍິ່ງກວ້າງຂວາງຫຼາຍເທົ່ານັ້ນ”.

 

ທ່ານສີຈິ້ນຜິງຍັງເນັ້ນໜັກວ່າ: “ພະຍາຍາມຂະຫຍາຍເສັ້ນລັດສະໝີແຫ່ງຄວາມຮູ້, ບໍ່ພຽງແຕ່ຄວນອ່ານປຶ້ມທີ່ມີຕົວໜັງສືເທົ່ານັ້ນ ຍັງຄວນອ່ານປຶ້ມທີ່ບໍ່ມີຕົວໜັງສືນຳອີກ, ເຝິກຝົນຫຼໍ່ຫຼອມຄຸນທາດຄຸນສົມບັດ, ຮ່ຳຮຽນຄວາມຮູ້ທີ່ແທ້ຈິງ, ເສີມສ້າງຄວາມສາມາດໃຫ້ເຂັ້ມແຂງ”

 

ສ່ວນການອ່ານໜັງສືຄືໜຶ່ງໃນວິທີການຮຽນຂັ້ນພື້ນຖານທີ່ສຸດແລະສຳຄັນທີ່ສຸດ.

 

ຄວາມຮູ້ແລະປະສົບການຂອງແຕ່ລະຄົນລ້ວນແຕ່ປຽບເໝືອນເປັນວົງມົນທີ່ມີຂໍ້ຈຳກັດ, ແຕ່ວ່າ ຜ່ານຈາກການອ່ານເພື່ອໄດ້ຮັບຄວາມຮູ້ໃໝ່, ຮັບຮູ້ແນວຄິດໃໝ່, ສ້າງທັດສະນະຄະຕິໃໝ່, ແນວຄິດຂອງພວກເຮົາຈະມີຄວາມຖືກຕ້ອງ, ມີເຫດມີຜົນ, ເລິກເຊິ່ງ, ມີໄຫວພິບ, ມີລັກສະນະປະດິດສ້າງຫຼາຍຂຶ້ນຕື່ມອີກ. ໄປຄຽງຄູ່ກັບເສັ້ນລັດສະໝີແຫ່ງຄວາມຮູ້ໄດ້ຂະຫຍາຍກວ້າງອອກຢ່າງບໍ່ມີຂອບເຂດແລ້ວ, ພວກເຮົາຈະສາມາດເບິ່ງເຫັນໂລກທີ່ກວ້າງຂວາງອອກໄປຢ່າງບໍ່ມີຂອບເຂດນຳອີກ.

 

ຄຳບູຮານຈີນເຄີຍກ່າວໄວ້ວ່າ: “ປັນຍາຊົນບໍ່ຈຳເປັນຕ້ອງເປັນເຈົ້ານາຍໝົດທຸກຄົນ ແຕ່ຜູ້ເປັນເຈົ້ານາຍຕ້ອງຮຽນຮູ້ຢູ່ຕະຫຼອດເພື່ອໃຫ້ສົມກັບສິ່ງທີ່ໄດ້ຮຽນມາ”.

 

ເມື່ອປີ2009, ທ່ານສີຈິ້ນຜິງ ຫົວໜ້າໂຮງຮຽນທິດສະດີພັກສູນກາງໃນເວລານັ້ນໄດ້ກ່າວຄຳປາໄສໃນຫົວຂໍ້ວ່າ: “ພະນັກງານການນຳຕ້ອງຮັກການອ່ານໜັງສື,ອ່ານໜັງສືທີ່ດີແລະຮູ້ວິທີການອ່ານໜັງສື” ໂດຍເພິ່ນຊີ້ໃຫ້ເຫັນວ່າ: ລະດັບການອ່ານໜັງສືແລະການຮຽນຂອງພະນັກງານການນຳແມ່ນເປັນປັດໄຈສ່ວນໃຫຍ່ທີ່ຕັດສິນລະດັບການປະຕິບັດງານແລະລະດັບການນຳພາ.

 

   ເພິ່ນໄດ້ສົ່ງເສີມໃຫ້ພະນັກງານການນຳຄວນຖືເອົາການຮຽນແລະການອ່ານໜັງສືເປັນທັດສະນະຄະຕິຕໍ່ຊີວິດ, ເປັນຄວາມຮັບຜິດຊອບຕໍ່ວຽກງານ ແລະເປັນອຸດົມການຢ່າງແທ້ຈິງ, ມີສະຕິຕື່ນຕົວໃນການສ້າງໃຫ້ເປັນຄວາມຊິນເຄີຍແຫ່ງການຮຽນແລະການອ່ານໜັງສື.

 

ການອ່ານໜັງສືເປັນຄວາມມັກທີ່ສຸດຂອງທ່ານສີຈິ້ນຜິງ. ໃນບັນຊີລາຍຊື່ການອ່ານຂອງເພິ່ນ, ນອກຈາກມີຕຳລາປັດຊະຍາຂົງຈື້ເປັນຈຳນວນຫຼວງຫຼາຍແລ້ວ, ຍັງມີບົດນິພົນຕ່າງປະເທດປະເພດຕ່າງໆຕື່ມອີກເຊັ່ນ: ປະຫວັດສາດ, ປັດຊະຍາ, ເສດຖະກິດ, ວັນນະຄະດີເປັນຕົ້ນ.

 

ຕອນລົງພື້ນຖານອອກແຮງງານແລະດຳລົງຊີວິດຢູ່ບ້ານຊົນນະບົດພາກເໜືອແຂວງສ້ານຊີ່ໃນຍາມໄວໜຸ່ມ, ມີເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ຍິນວ່າ ມີໄວໜຸ່ມປັນຍາຊົນຜູ້ລົງພື້ນຖານຢູ່ອີກບ້ານໜຶ່ງມີປຶ້ມ “ໂຟສທ”(Faust) ຜົນງານການປະພັນຂອງທ່ານ ຈອນ ວອນຟກາງ ວົນ ໂກເຕ  ນັກປະພັນທີ່ມີຊື່ສຽງຂອງເຢຍລະມັນ. ເພື່ອຢືມປຶ້ມຫົວນີ້ມາອ່ານ, ເພິ່ນໄດ້ຍ່າງ15ກິໂລແມັດໄປຫາໄວໜຸ່ມປັນຍາຊົນຜູ້ນັ້ນ, ຫຼັງຈາກຢືມປຶ້ມໄດ້ແລ້ວ, ເພິ່ນອ່ານແບບໃຈຈົດໃຈຈໍ່, ເວລາອ່ານຮອດບ່ອນທີ່ເຮັດໃຫ້ຕົນເອງຕື່ນເຕັ້ນຫຼາຍ, ເພິ່ນກໍອອກເຮືອນໄປອ່ານອອກສຽງດັງໆຢູ່ເດີ່ນບ້ານເລີຍ.

 

ພາຍຫຼັງມາ, ໃນໂອກາດເຂົ້າຮ່ວມກອງປະຊົມສົນທະນາກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນຈາກວົງການຕ່າງໆເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ຫວນຄືນຫຼັງດ້ວຍຮອຍຍີ້ມວ່າ: ຕອນນັ້ນ, ເພື່ອຂໍຢືມອ່ານປຶ້ມ“ໂຟສທ” ຕື່ມອີກຫຼາຍມື້, ເພິ່ນໄດ້ລ້ຽງອາຫານດ້ວຍການຂົ້ວໄຂ່ໄກ່ໃຫ້ເຈົ້າຂອງປຶ້ມກິນເຖິງສາມເທື່ອ.

 

ບໍ່ວ່າຈະຢູ່ໃນສະພາບແວດລ້ອມທີ່ທຸກຍາກລຳບາກຕອນລົງພື້ນຖານຢູ່ຊົນນະບົດພາກເໜືອແຂວງສ້ານຊີ່ ຫຼືໃນເວລາຫຍຸ້ງນຳວຽກຫຼາຍຕອນເປັນການນຳຢູ່ທ້ອງຖິ່ນຈົນເຖິງເປັນຜູ້ນຳປະເທດໃນເວລາຕໍ່ມາ, ທ່ານສີຈິ້ນຜິງໄດ້ຍຶດໝັ້ນໃນການອ່ານໜັງສືຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງຍັງໄດ້ນຳພາຄົນອ້ອມຂ້າງອ່ານໜັງສືນຳອີກ.

 

ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ, ພາຍໃຕ້ການສະເໜີຂອງທ່ານສີຈິ້ນຜິງ, ທາງເມືອງໄດ້ຈັດຊຸດອົບຮົມຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນແລະຕອນປາຍສຳລັບພະນັກງານກົງຈັກພັກ-ລັດ, ໃນໄລຍະເປັນການນຳຢູ່ແຂວງເຈີ້ຈ່ຽງ, ເພິ່ນໄດ້ຮຽກຮ້ອງມາຍັງພະນັກງານການນຳນະຄອນຊ້າວຊິງໃຫ້ທ່ອງບົດກະວີ “ຫຼານຖິງຈີ່ຊວີ້” ແລະ “ຊາຍໂຖເຟີ້ງ”, ເພື່ອເພີ່ມຄວາມຮັບຮູ້ຕໍ່ປະຫວັດສາດແລະວັດທະນະທຳຂອງທ້ອງຖິ່ນ.

 

ປີ2022, ກອງປະຊຸມການອ່ານທົ່ວປວງຊົນຈີນຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມໂດຍຊີ້ໃຫ້ເຫັນວ່າ: ການອ່ານເປັນວິທີສຳຄັນສຳລັບມະນຸດໃນການຮັບເອົາຄວາມຮູ້, ເພີ່ມສະຕິປັນຍາແລະສ້າງຄຸນສົມບັດ. ເພິ່ນຫວັງວ່າທົ່ວສັງຄົມຈະພ້ອມກັນມີສ່ວນຮ່ວມໃນກິດຈະກຳການອ່ານ.


ໜັງສືຄືແວ່ນແຍງໃບໜຶ່ງທີ່ສ່ອງແສງສັງຄົມ, ປະຫວັດສາດແລະວັດທະນະທຳ.

 

ການອ່ານໜັງສືແລະການຮຽນ ບໍ່ພຽງແຕ່ເປັນການສະສົມຄວາມຮູ້ເທົ່ານັ້ນ, ຍັງເປັນການຍົກສູງຄຸນນະພາບ, ຄວາມສາມາດດ້ານການຄົ້ນຄິດຕຶກຕອງ ແລະໂລກະທັດຂອງຕົນເອງໃຫ້ສູງຂຶ້ນຢ່າງຮອບດ້ານອີກດ້ວຍ. ນອກນີ້, ການອ່ານໜັງສືແລະການຮຽນຍັງສາມາດສ້າງແຮງບັນດານໃຈດ້ານແນວຄິດ, ສ້າງອຸດົມການອັນສູງສົ່ງ, ບຳລຸງສ້າງຈິດໃຈໃຫ້ມີຄວາມຊື່ສັດເປັນທຳນຳອີກ.

 

“ ໄວໜຸ່ມຍາມຮຽນຢູ່ມະຫາວິທະຍາໄລ ມີພຽງເທື່ອດຽວໃນຊີວິດເທົ່ານັ້ນ, ຄວນຮັກສາແລະຖະໜອມໃຫ້ດີ. ທີ່ສຳຄັນຂອງການຮຽນແມ່ນຕ້ອງດຸໝັ່ນ, ລົງເລິກຄົ້ນຄວ້າແລະມີຄວາມມຸ່ງໝັ້ນຢ່າງບໍ່ລົດລະ.”

 

   ເດືອນພຶດສະພາປີ2014, ໃນເວລາຢ້ຽມຢາມມະຫາວິທະຍາໄລປັກກິ່ງພ້ອມທັງໂອ້ລົມສົນທະນາກັບຄູອາຈານແລະນັກສຶກສາທັງຫຼາຍ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳດ້ານການຮຽນແລະການເຕີບໃຫຍ່ແກ່ນັກສຶກສາ ໂດຍເພິ່ນໄດ້ຮຽກຮ້ອງມາຍັງໄວໜຸ່ມທັງຫຼາຍຈົ່ງດຸໝັ່ນຮ່ຳຮຽນແລະມີໄຫວພິບໃນການຊອກຫາຄວາມຮູ້.

 

   ໜັງສືຄືສື່ກາງສຳຄັນແຫ່ງການສືບທອດອະລິຍະທຳ, ການຮຽນຄືຫົວຂໍ້ຕະຫຼອດການແຫ່ງການຄົງຕົວຢູ່ໃນໂລກຂອງມະນຸດ.

 

   ເມື່ອສັງເກດເບິ່ງປະຫວັດສາດກໍຄືປັດຈຸບັນແລະເບິ່ງໃນຂອບເຂດທົ່ວໂລກແລ້ວ, ໜັງສືແມ່ນມີຢູ່ຢ່າງຫຼວງຫຼາຍປານທະເລທີ່ກວ້າງໃຫຍ່ໄພສານ. ຄວນອ່ານປຶ້ມແບບໃດ? ຄວນອ່ານແນວໃດ? ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ວັດທະນະທຳຈີນມີປະຫວັດສາດມາຢ່າງຍາວນານ,ມີເນື້ອໃນອຸດົມສົມບູນແລະເລິກເຊິ່ງກວ້າງຂວາງ ປຽບເໝືອນຂຸມຊັບແຫ່ງໜຶ່ງ, ເມື່ອຄົ້ນຫາຄວາມເລິກລັບຂອງມັນແລ້ວ, ກໍຈະໄດ້ປະໂຫຍດຕະຫຼອດຊີວິດ. ເພິ່ນເນັ້ນໜັກວ່າ: ການອ່ານໜັງສືບໍ່ຄວນເອົາແຕ່ກິ້ງເກືອກລີເລືອຢູ່ນໍາກອງໜັງສືເທົ່ານັ້ນ, ຕ້ອງຄົ້ນຄິດຕຶກຕອງພິນິດພິຈາລະນາໄປນໍາ.

 

  ຄົນຜູ້ໜຶ່ງມີພຽງແຕ່ດຸໝັ່ນຮ່ຳຮຽນ, ຮູ້ວິທີການຮຽນ,ເອົາໃຈໃສ່ການຄົ້ນຄິດຕຶກຕອງ, ຂະຫຍາຍເສັ້ນລັດສະໝີແຫ່ງຄວາມຮູ້, ຮ່ຳຮຽນຄວາມຮູ້ທີ່ແທ້ຈິງ, ເສີມສ້າງຄວາມສາມາດໃຫ້ເຂັ້ມແຂງຂຶ້ນເທົ່ານັ້ນ ຈຶ່ງຈະສາມາດທັນກັບຄວາມກ້າວໜ້າຂອງຍຸກສະໄໝ ແລະເສີມຂະຫຍາຍຄຸນຄ່າຂອງຊີວິດໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.

 

  ຢູ່ຈີນ, ໃນຍຸກໃໝ່, ການລົງເລິກຊຸກຍູ້ການອ່ານທົ່ວປວງຊົນໄດ້ກາຍເປັນມາດຕະການສຳຄັນຢ່າງໜຶ່ງໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການວັດທະນະທຳດ້ານຈິດໃຈຂອງພົນລະເມືອງຢ່າງບໍ່ຢຸດຢັ້ງ ແລະສ້າງສາປະເທດເຂັ້ມແຂງດ້ານວັດທະນະທຳສັງຄົມນິຍົມ.

 

   ປີ2016, ຈີນໄດ້ເຜີຍແຜ່ແຜນແມ່ບົດວ່າດ້ວຍການພັດທະນາການອ່ານທົ່ວປວງຊົນໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ13 ເຊິ່ງເປັນແຜນແມ່ບົດວ່າດ້ວຍການອ່ານທົ່ວປວງຊົນລະດັບຊາດສຳບັບທຳອິດຂອງຈີນ. ປີ 2020, ຈີນໄດ້ເຜີຍແຜ່ຄວາມເຫັນວ່າດ້ວຍການຊຸກຍູ້ວຽກງານການອ່ານທົ່ວປວງຊົນ, ປີ 2021, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ14ໄດ້ກຳນົດອອກຢ່າງຈະແຈ້ງໃຫ້ລົງເລິກຊຸກຍູ້ການອ່ານທົ່ວປວງຊົນ, ສ້າງສາ “ຈີນທີ່ຫອມກິ່ນປຶ້ມ”ແລະອື່ນໆ.

 

   ຄຳບູຮານຈີນເພິ່ນວ່າ: ຖ້າບໍ່ຮ່ຳຮຽນແມ່ນຍາກທີ່ຈະເພີ່ມຄວາມຮູ້ຄວາມສາມາດໄດ້, ຖ້າບໍ່ມີອຸດົມການແມ່ນຍາກທີ່ຈະປະສົບຜົນສຳເລັດດ້ານການຮຽນໄດ້.

 

 ຖ້າວ່າຄົນເຮົາຊຸກຍູ້ການເຮັດວຽກດ້ວຍການຮຽນຮູ້ເລື້ອຍໆ ແລະຊຸກຍູ້ການຮຽນດ້ວຍການອ່ານໜັງສື, ບໍ່ວ່າຢູ່ຈີນຫຼືຢູ່ປະເທດລາວ, ເມື່ອດິນແດນປະເທດຊາດປາກົດມີຕຶກອາຄານສູງໃຫຍ່ຈຳນວນຫຼວງຫຼາຍ, ອາຄານໃຫຍ່ແຫ່ງຈິດໃຈຊາດກໍຈະຕັ້ງຢູ່ຢ່າງສະຫງ່າຜ່າເຜີຍແນ່ນອນ.