ຖ້ອຍຄຳພວກທີ່ບໍ່ດີທີ່ວ່າ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ” ແຕ່ປະສົບຄວາມຫຼົ້ມແຫຼວໃນງານວາງສະແດງສິນຄ້າກວາງໂຈ່ວ

2024-04-24 14:51:38 cri

ຫວ່າງມໍ່ໆມານີ້, ສື່ມວນຊົນຂອງພວກຕາເວັນຕົກໄດ້ປ່າວປະກາດວ່າ “ຄວາມສາມາດການໃນຜະລິດຂອງຈີນແມ່ນເຫຼືອເຟືອ” ເລື້ອຍໆ, ພວກນັກການເມືອງ ແລະ ພວກສື່ມວນຊົນທີ່ບໍ່ດີຈຳນວນໜຶ່ງໄດ້ປ່າວຂ່າວວ່າ: ລັດຖະບານຈີນໄດ້ໃຫ້ເງິນອຸດໜູນແກ່ລົດໃຊ້ພະລັງງານໃໝ່ຂອງຈີນ ເຮັດໃຫ້ຄວາມສາມາດການຜະລິດໃນຂົງເຂດນີ້ຂອງຈີນເຫຼືອເຟືອ, ຍ້ອນເລື່ອງນີ້, ຈີນໄດ້ຂາຍລົດໃຊ້ພະລັງງານໃໝ່ເຫຼົ່ານີ້ຢູ່ຕ່າງປະເທດດ້ວຍລາຄາຕ່ຳ ເຊິ່ງໄດ້ທຳລາຍຕະຫຼາດຕ່າງປະເທດ ຈົນເຖິງຂັ້ນທຳລາຍເສດຖະກິດຂອງປະເທດອື່ນ.


ແຕ່ວ່າ, ກ່ອນໜ້ານີ້ບໍ່ດົນ, ງານວາງສະແດງສິນຄ້າກວາງໂຈ່ວຈີນໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຈີນ. ໃນງານວາງສະແດງດັ່ງກ່າວ, ໄດ້ມີນັກທຸລະກິດຕ່າງປະເທດ ເຊິ່ງລວມທັງນັກທຸລະກິດອາເມຣິກາໄດ້ມາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ຈຳນວນນັກທຸລະກິດອາເມຣິກາໄດ້ເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ຄັ້ງທີ່ຜ່ານມາ ເຊິ່ງບໍ່ໄດ້ຮັບຜົນກະທົບຈາກຖ້ອຍຄຳຂອງພວກປະເທດຕາເວັນຕົກທີ່ວ່າ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ”. ກົງກັນຂ້າມ, ນັກທຸລະກິດຕ່າງປະເທດພັດແຮງມີຄວາມກະຕືລືລົ້ນໃນການຊື້ສິນຄ້າຈີນ, ໂດຍສະເພາະແມ່ນສິນຄ້າໃນຂົງເຂດພະລັງງານໃໝ່. ທັງໝົດເຫຼົ່ານີ້ໄດ້ທັບມ້າງຖ້ອຍຄຳທີ່ວ່າ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ” ແລະ ໄດ້ພິສູດໃຫ້ເຫັນເຖິງຄວາມມີສະເໜ່ຂອງຕະຫຼາດຈີນຕໍ່ໂລກອີກຄັ້ງໜຶ່ງ.

ຕາມທຳມະດາແລ້ວ, ຄວາມສາມາດການຜະລິດຢ່າງເຫຼືອເຟືອໝາຍຄວາມວ່າ: ຄວາມສາມາດໃນການຜະລິດຂອງອຸດສາຫະກຳໃດໜຶ່ງສູງກວ່າຄວາມຕ້ອງການຂອງຕະຫຼາດຫຼາຍເກີນໄປ. ເຊັ່ນລົດໃຊ້ພະລັງງານໃໝ່ເປັນຕົວຢ່າງ, ຈາກການວິເຄາະຕໍ່ຕົວເລກຂໍ້ມູນຕົວຈິງທີ່ກ່ຽວຂ້ອງແມ່ນບໍ່ໄດ້ເປັນຄືຖ້ອຍຄຳທີ່ພວກມັນວ່າ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ”. ຫວ່າງມໍ່ໆມານີ້, ສູນຂໍ້ມູນຂ່າວສານແຫ່ງຊາດຈີນຄາດຄະເນວ່າ: ອັດຕາລົດໃຊ້ພະລັງງານໃໝ່ຂອງຈີນຈະເພີ່ມຂຶ້ນຈາກ 35,2% ໃນປີ 2023 ຂຶ້ນເປັນ 60% ໃນປີ 2033. ປີ 2030, ລົດໃຊ້ພະລັງງານໃໝ່ໃນທົ່ວໂລກຈະມີເຖິງ 45 ລ້ານຄັນ, ເປັນ 4,5 ເທົ່າຂອງປີ 2022 ເທົ່ານັ້ນ. ເຫັນໄດ້ວ່າຄວາມສາມາດໃນການຜະລິດໃນປັດຈຸບັນແມ່ນຍັງບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ, ປະເທດພວມພັດທະນາທັງຫຼາຍຍັງມີຄວາມຕ້ອງການອັນມະຫາສານຕໍ່ຜະລິດຕະພັນທີ່ໃຊ້ພະລັງງານໃໝ່ ແລະ ຄວາມສາມາດດ້ານການຜະລິດໃນຂົງເຂດພະລັງງານໃໝ່ຂອງຈີນບໍ່ເຫັນໄດ້ເຖິງຂັ້ນ “ເຫຼືອເຟືອ” ຄືພວກມັນວ່າ.

ພາຍໃຕ້ສະພາບການທີ່ເສດຖະກິດໂລກຟື້ນຕົວຊ້າ, ການຄ້າທົ່ວໂລກຍັງຢູ່ໃນລະດັບຕ່ຳ ແລະ ຄວາມຕ້ອງການພາຍນອກຍັງຢູ່ໃນສະພາບອ່ອນແອ, ອຸດສາຫະກຳພະລັງງານໃໝ່ຕ່າງໆຂອງຈີນ ເຊັ່ນ: ລົດໃຊ້ພະລັງງານໃໝ່, ແບດເຕີຣີລີທຽມ ແລະ ຜະລິດຕະພັນດ້ານພະລັງງານໄຟຟ້າດ້ວຍແສງຕາເວັນຂອງຈີນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ທັງໝົດເຫຼົ່ານີ້ແມ່ນໄດ້ອີງໃສ່ການປະດິດສ້າງໃໝ່ທາງດ້ານເຕັກນິກຢ່າງຕໍ່ເນື່ອງ, ລະບົບຕ່ອງໂສ້ການສະໜອງທີ່ຄົບຖ້ວນ ແລະ ການແຂ່ງຂັນດ້ານຕະຫຼາດຢ່າງເຕັມທີ່. ຜະລິດຕະພັນທີ່ຈີນສົ່ງອອກນັ້ນ ລ້ວນແຕ່ແມ່ນຜະລິດຕະພັນທັນສະໄໝທີ່ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າຕ່າງປະເທດ, ຄວາມສາມາດດ້ານການຜະລິດຂອງຈີນບໍ່ພຽງແຕ່ຍັງບໍ່ໄດ້ເຖິງຂັ້ນເຫຼືອເຟືອເທົ່ານັ້ນ, ຫາກຍັງເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກລູກຄ້າຕ່າງປະເທດ. ຂ່າວສານບລຸມເບີກຂອງອາເມຣິກາເຄີຍວິເຄາະວ່າ: ໃນຂົງເຂດລົດໃຊ້ພະລັງງານໃໝ່, ອັດຕານຳໃຊ້ການຜະລິດຈາກບໍລິສັດສົ່ງອອກລົດສ່ວນຫຼາຍຂອງຈີນ ຈະຢູ່ໃນລະດັບປົກກະຕິ ທີ່ຮັບຮອງໂດຍສາກົນ, ປັດຈຸບັນ, ບັນຫາທີ່ອາເມຣິກາ ແລະ ເອີຣົບພວມປະເຊີນແມ່ນສະມັດຕະພາບການຜະລິດຂອງວິສາຫະກິດຕ່ຳກວ່າວິສາຫະກິດຈີນ, ຫາກບໍ່ແມ່ນ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ”. ທີ່ຈິງແລ້ວ, ຈົນເຖິງຊູ່ມື້ນີ້, ແມ່ນອາເມຣິກາ, ອັງກິດ ແລະ ຝຣັ່ງໄດ້ປະຕິບັດນະໂຍບາຍອຸດໜູນອ່າວຫຼາຍໃນຂົງເຂດລົດໃຊ້ພະລັງງານໃໝ່. ລັດຖະບານອາເມຣິກາໄດ້ປະຕິບັດ “ກົດໝາຍຫຼຸດຜ່ອນລະດັບເງິນເຟີ້” ເຊິ່ງໄດ້ໃຫ້ເງິນກະຕຸ້ນດ້ານອາກອນ ແລະ ເງິນອຸດໜູນທີ່ມີມູນຄ່າ 369 ຕື້ໂດລາໃຫ້ແກ່ອຸດສາຫະກຳພະລັງງານສະອາດ ເຊິ່ງລວມທັງລົດໃຊ້ພະລັງງານໃໝ່. ຫຼາຍປະເທດເອີຣົບກໍໄດ້ປະຕິບັດມາດຕະການອຸດໜູນຕໍ່ອຸດສາຫະກຳຜະລິດລົດໃຊ້ພະລັງງານໃໝ່ ໃນດ້ານອາກອນບໍລິສັດ ຫຼື ການຊື້ລົດສຳລັບສ່ວນບຸກຄົນ.

ທີ່ຈິງແລ້ວ, ການຜະລິດຂອງຈີນໄດ້ເຮັດໃຫ້ຜະລິດຕະພັນໃນຕະຫຼາດທົ່ວໂລກມີອຸດົມສົມບູນຂຶ້ນ, ໄດ້ຊຸກຍູ້ການຜະລິດກາກບອນຕ່ຳຂອງທົ່ວໂລກ, ເຮັດໃຫ້ບັນດາປະເທດໃນໂລກ ໂດຍສະເພາະແມ່ນປະເທດພວມພັດທະນາທັງຫຼາຍໄດ້ຮັບຜົນປະໂຫຍດຈາກຄວາມສາມາດໃນການຜະລິດທີ່ມີຄຸນນະພາບສູງ. ຕົວຢ່າງຄື: ໂຄງການໄຟຟ້າພະລັງງານລົມມອນຊຸນ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນ ເປັນໂຄງການໄຟຟ້າພະລັງງານລົມທີ່ມີຂະໜາດໃຫຍ່ທີ່ສຸດໃນບັນດາປະເທດອາຊີຕາເວັນອອກສຽງໃຕ້, ໂຄງການດັ່ງກ່າວຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕາປື ທາງພາກໃຕ້ຂອງລາວ, ເປັນໂຄງການໄຟຟ້າພະລັງງານລົມແຫ່ງທຳອິດຢູ່ພາຍໃນປະເທດລາວ ທີ່ມີກຳລັງການຜະລິດ 600 ເມກາວັດ. ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ, ຕົ້ນຕໍຈະສົ່ງພະລັງງານໄຟຟ້າໄປໃຫ້ຫວຽດນາມ ເຊິ່ງຈະມີຜົນດີຊ່ວຍປະເທດລາວບັນລຸວິໄສທັດ “ໝໍ້ໄຟອາຊີຕາເວັນອອກສຽງໃຕ້”.


ສາມາດເວົ້າໄດ້ວ່າ, ຖ້ອຍຄຳຂອງພວກອາເມຣິກາ ແລະ ພວກຕາເວັນຕົກທີ່ວ່າ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ” ນັ້ນ ແມ່ນບໍ່ໄດ້ຖືກຕ້ອງຕາມຄວາມເປັນຈິງຈັກດີ້ ແລະ ໄດ້ຝືນກັບຄວາມຮູ້ທົ່ວໄປດ້ານເສດຖະກິດ ແລະ ສະພາບຕົວຈິງ. ພາຍໃຕ້ສະພາບການທີ່ເຕັກນິກພະລັງງານໃໝ່ໄດ້ຖືການພັດທະນາຢ່າງກ້າວໜ້າແລ້ວກໍໄດ້ຊຸກຍູ້ການສັບຊ້ອນຕ່ອງໂສ້ການສະໜອງທົ່ວໂລກ, ໂລກຕາເວັນຕົກຄວນພິຈາລະນາຕໍ່ຄວາມສາມາດຂອງການຜະລິດຢ່າງພາວະວິໄສ, ທາງທີ່ດີຄວນຫັນມາເປິກສາຫາລືການຮ່ວມມືດ້ານຄວາມສາມາດການຜະລິດກັບຈີນຫຼາຍກວ່າ, ຫາກບໍ່ແມ່ນເອົາແຕ່ຕຳໜິຈີນຢູ່ຫັ້ນ, ການຮ່ວມມືກັບຈີນກໍ ເພື່ອຈະສາມາດເຮັດໃຫ້ມີການເລືອກເຟັ້ນນະໂຍບາຍພາວະວິໄສທີ່ຖືກຕ້ອງກັບຜົນປະໂຫຍດຂອງຝ່າຍຕ່າງໆ.