ຊຸຸກຍູ້ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ດ້ວຍການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ

2024-04-24 09:19:53 CRI

 

   ຫວ່າງມໍ່ໆມານີ້, ອົງການຊັບສິນທາງປັນຍາແຫ່ງຊາດຈີນໄດ້ເຜີຍແຜ່ “ບົດລາຍງານການສໍາຫຼວດສິດທິບັດຂອງຈີນປະຈໍາປີ 2023” ໂດຍສະແດງໃຫ້ເຫັນວ່າ: ປີ 2023 ຜ່ານມາ, ອັດຕາສ່ວນການຫັນເປັນອຸດສາຫະກໍາຂອງສິດທິບັດດ້ານການປະດິດສ້າງຂອງຈີນໄດ້ບັນລຸເຖິງ 39,6%, ເພີ່ມຂຶ້ນຢ່າງໝັ້ນທ່ຽງ 5 ປີຕິດຕໍ່ກັນ.



   ໃນຊຸມປີມໍ່ໆມານີ້, ອັດຕາສ່ວນການຫັນເປັນອຸດສາຫະກໍາດ້ານສິດທິບັດຂອງຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ການຖ່າຍໂອນ ແລະ ການຫັນເປັນສິນຄ້າຂອງຊັບສິນທາງປັນຍາແມ່ນມີປະສິດທິຜົນຢ່າງເດັ່ນຊັດ, ຄວາມສາມາດດ້ານການຄໍ້າປະກັນຕໍ່ການພັດທະນາແບບປະດິດສ້າງຂອງເສດຖະກິດຮູບປະທໍາໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ, ສິ່ງນີ້ໄດ້ເພີ່ມແຮງຂັບເຄື່ອນເຂົ້າໃນການສ້າງປະເທດທີ່ເຂັ້ມແຂງດ້ານອຸດສາຫະກໍາການຜະລິດ ກໍຄືປະເທດທີ່ເຂັ້ມແຂງດ້ານການປະດິດສ້າງຢ່າງບໍ່ຢຸດຢັ້ງ.


   ວັນທີ 31 ມັງກອນປີນີ້, ໃນເວລາຈັດການຮໍ່າຮຽນລວມໝູ່ຄັ້ງທີ 11 ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ສະເໜີຂໍ້ຮຽກຮ້ອງໃນການເລັ່ງລັດຊຸກຍູ້ກຳລັງການຜະລິດໃນຄຸນນະພາບໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວວ່າ: ຕ້ອງນໍາໃຊ້ຜົນງານການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີເຂົ້າໃນອຸດສາຫະກໍາຮູບປະທໍາ ກໍຄືຕ່ອງໂສ້ອຸດສາຫະກໍາຢ່າງທັນກັນ, ປັບປຸງ ແລະ ຍົກລະດັບອຸດສາຫະກໍາດັ້ງເດີມ, ສ້າງອຸດສາຫະກໍາຈະເລີນໃໝ່ໃຫ້ເຂັ້ມແຂງ ແລະ ວາງແຜນລ່ວງໜ້າສ້າງອຸດສາຫະກໍາໃນອະນາຄົດ ເພື່ອປັບປຸງລະບົບອຸດສາຫະກໍາທັນສະໄໝໃຫ້ສົມບູນຂຶ້ນ.



    ກຳລັງການຜະລິດໃນຄຸນນະພາບໃໝ່ເປັນລະບົບກຳລັງການຜະລິດແບບໃໝ່ທີ່ຖືເອົາການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີເປັນທິດຊີ້ນໍາ, ຖືເອົາການບຸກທະລຸດ້ານການປະດິດສ້າງເຕັກນິກອັນສໍາຄັນຕົ້ນຕໍເປັນສັນຍາລັກ, ພ້ອມທັງເປັນລະບົບກຳລັງການຜະລິດແບບໃໝ່ທີ່ສາມາດຊຸກຍູ້ການປະດິດສ້າງຂອງອຸດສາຫະກໍາຢ່າງມີປະສິດທິຜົນ ກໍຄືຊຸກຍູ້ເສດຖະກິດສັງຄົມໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານນໍາອີກ. ເມື່ອເບິ່ງໃນແງ່ຂອງກຳລັງການຜະລິດໃນຄຸນນະພາບໃໝ່ແລ້ວ, ຊັບສິນທາງປັນຍາບໍ່ວ່າຈະເປັນກົດລະບຽບ ຫຼື ຊັບພະຍາກອນກໍຕາມ, ລ້ວນແຕ່ມີບົດບາດອັນສໍາຄັນໃນການສ້າງ ແລະ ການພັດທະນາຂອງກຳລັງການຜະລິດໃນຄຸນນະພາບໃໝ່.


   ຊັບສິນທາງປັນຍາເປັນປັດໄຈສໍາຄັນຂອງກຳລັງການຜະລິດໃນຄຸນນະພາບໃໝ່, ມີແຕ່ຍົກລະດັບອັດຕາສ່ວນການຫັນຜົນງານດ້ານເຕັກໂນໂລຊີທີ່ເປັນສິດທິບັດໃຫ້ກາຍເປັນສິນຄ້າຢ່າງບໍ່ຢຸດຢັ້ງເທົ່ານັ້ນ, ຈຶ່ງຈະສາມາດເພີ່ມແຮງຂັບເຄື່ອນອັນໃໝ່ທີ່ແຂງແຮງກວ່າເກົ່າເຂົ້າໃນການຊຸກຍູ້ເສດຖະກິດຈີນໃຫ້ໄດ້ຮັບການພັດທະນາດ້ວຍຄຸນນະພາບສູງ.