ຈຸນັກບິນອະວະກາດປະຈຳຍານອະວະກາດເຊີນໂຈ່ວ 18 ໄດ້ຕົກລົງແລ້ວ, ໂດຍໄດ້ຮ່ວມກັນໃຫ້ສຳພາດຕໍ່ສື່ມວນຊົນຈີນແລະຕ່າງປະເທດ

2024-04-24 15:50:18 cri


ກອງບັນຊາການໃຫຍ່ການບິນໄລຍະນຳໃຊ້ແລະພັດທະນາສະຖານີອະວະກາດຈີນຕົກລົງວ່າ, ຈຸບິນທີ່ຈະປະຕິບັດພາລະກິດການບິນອະວະກາດບັນທຸກຄົນປະຈຳຍານອະວະກາດເຊີນໂຈ່ວ 18 ປະກອບດ້ວຍນັກບິນອະວະກາດ 3 ຄົນ, ຄື: ທ່ານເຢ້ຍກວ່າງຟູ້, ທ່ານຫຼີຊົ່ງ ແລະ ທ່ານຫຼີກວາງຊູ່, ໂດຍແມ່ນທ່ານເຢ້ຍກວ່າງຟູ້ເປັນຫົວໜ້າ.


ຈຸບິນດັ່ງກ່າວລວມມີນັກບິນອະວະກາດງວດທີ 2 ຄົນໜຶ່ງ, ນັກບິນອະວະກາດງວດທີ 3 ສອງຄົນ, ແລະທັງ 3 ຄົນລ້ວນແຕ່ເກີດໃນຊຸມປີ 1980.


ວັນທີ 24 ເມສານີ້ແມ່ນ ວັນການບິນອະວະກາດຈີນ ຄັ້ງທີ 9. ຕອນເຊົ້າມື້ດຽວກັນ, ນັກບິນອະວະກາດທັງ 3 ຄົນໄດ້ຮ່ວມກັນໃຫ້ສຳພາດຕໍ່ສື່ມວນຊົນຈີນແລະຕ່າງປະເທດ ຢູ່ສູນຍິງສົ່ງດາວທຽມຈີວຊວນແຂວງການຊູ້ຈີນ.