ພັດທະນາການທ່ອງທ່ຽວເພື່ອສືບທອດມໍລະດົກວັດທະນະທຳນາມະທຳຂອງຊົນເຜົ່າໃຫ້ດີຂຶ້ນ

2024-04-25 20:20:43 CRI

 

ວັນທີ 25 ເມສານີ້, ນັກຂ່າວສື່ມວນລາວທີ່ເຂົ້າຮ່ວມກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ” ທີ່ແຂວງໄຫຫຼຳຈີນໄດ້ໄປທັດສະນະສຶກສາຢູ່ຮ່ອມໝາກຄ້ຽວ ທີ່ເປັນແຫຼ່ງທ່ອງທ່ຽວວັດທະນະທຳເຜົ່າລີ ແລະ ເຜົ່າມົ້ງແຂວງໄຫຫຼຳ, ໂດຍໄດ້ສຳຜັດກັບວັດທະນະທຳດັ້ງເດີມຢູ່ເກາະໄຫຫຼຳ, ທັງມີຄວາມເຫັນວ່າ, ການພັດທະນາການທ່ອງທ່ຽວຈະມີຜົນດີຕໍ່ການຊຸກຍູ້ການຮັກສາ ແລະ ສືບທອດວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າ, ພ້ອມທັງຈະສ້າງລາຍຮັບໃຫ້ແກ່ປະຊາຊົນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.