“ເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ” ຄັ້ງປະຖົມມະເລີກໄຂຂຶ້ນຢູ່ນະຄອນອູຮັ້ນແຂວງຫູເປີຍຈີນ

2024-04-25 14:26:42 CRI

 

ວັນທີ 24 ເມສານີ້, “ເວທີເປິກສາຫາລືການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ” ຄັ້ງປະຖົມມະເລີກໄດ້ໄຂຂຶ້ນຢູ່ນະຄອນອູຮັ້ນແຂວງຫູເປີຍຈີນ, ທ່ານຈ່າງ ກົວ ຊີ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂ, ໂດຍທ່ານໄດ້ອ່ານເນື້ອໃນຈົດໝາຍອວຍພອນຂອງທ່ານສີຈິ້ນຜິງປະທານປະເທດຈີນແລະໄດ້ກ່າວຄຳປາໄສ. ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ, ມະຫາວິທະຍາໄລແລະສະຖາບັນຄົ້ນຄວ້າວິທະຍາສາດໃນຂົງເຂດການບິນອະວະກາດຂອງຈີນປະເທດອາເມຣິກາລາຕິນແລະຄາຣິບບຽນໄດ້ເຂົ້າຮ່ວມພິທີໄຂ.

 

ທ່ານຈ່າງ ກົວ ຊີ່ງກ່າວຊີ້ອອກວ່າ: ຈົດໝາຍອວຍພອນຂອງທ່ານປະທານສີຈິ້ນຜິງໄດ້ໃຫ້ຄວາມກະຈ່າງແຈ້ງແກ່ທິດທາງການລົງເລິກການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນ. ທ່ານກ່າວຕື່ມວ່າ: ຈີນຈະປະຕິບັດຕາມຈິດໃຈຈົດໝາຍອວຍພອນຂອງທ່ານປະທານສີຈິ້ນຜິງຢ່າງເລິກເຊິ່ງ, ຊຸກຍູ້ໃຫ້ການຮ່ວມມືດ້ານການບິນອະວະກາດລະຫວ່າງຈີນ-ປະເທດອາເມຣິກາລາຕິນແລະຄາຣິບບຽນກ້າວຂຶ້ນສູ່ລະດັບທີ່ສູງກວ່າເກົ່າຢ່າງຕໍ່ເນື່ອງ.