ຈີນແມ່ນ “ນັກສຶກສາຕົວແບບ” ທີ່ເຄົາລົບກະຕິກາ WTO

2024-04-25 15:41:32 CRI

     ວັນທີ 24 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.


     ໃນເວລາຕອບຄຳຖາມກ່ຽວກັບອົງການການຄ້າໂລກ ຫຼື WTO, ທ່ານວ່າງເວີນປິ່ນກ່າວວ່າ: ນັບແຕ່ເຂົ້າເປັນສະມາຊິກອົງການການຄ້າໂລກ ຫຼື WTO ເປັນຕົ້ນມາ, ຈີນແມ່ນ “ນັກສຶກສາຕົວແບບ” ທີ່ເຄົາລົບກະຕິກາ WTO,WTO ໄດ້ຢືນຢັນຕໍ່ເລື່ອງນີ້ມາຫຼາຍເທື່ອແລ້ວ.



    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ນັບແຕ່ເຂົ້າເປັນສະມາຊິກ WTO ເປັນຕົ້ນມາີ້, ໃນຖານະເປັນປະເທດສະມາຊິກທີ່ພວມພັດທະນາໃຫຍ່ທີ່ສຸດ, ຈີນເດັດດ່ຽວສະໜັບສະໜູນລະບອບການຄ້າຫຼາຍຝ່າຍມາໂດຍຕະຫຼອດ, ປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ, ປະຕິບັດຄຳໝັ້ນສັນຍາຂອງ WTO ຢ່າງຕິດແທດຕົວຈິງ, ເຂົ້າຮ່ວມການປະຕິຮູບຂອງ WTO ຢ່າງຮອບດ້ານ ແລະ ເລິກເຊິ່ງ, ຕັ້ງໜ້າຊ່ວຍເຫຼືອສະມາຊິກທີ່ພວມພັດທະນາອື່ນໆ ໂດຍສະເພາະແມ່ນຊ່ວຍເຫຼືອປະເທດດ້ອຍພັດທະນາທີ່ສຸດໃຫ້ເຊື່ອມໂຍງເຂົ້າໃນລະບອບການຄ້າຫຼາຍຝ່າຍ.