ທາງລົດໄຟຈີນ-ລາວກາຍເປັນຮູບແບບການເດີນທາງລະຫວ່າງສອງປະເທດທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ

2024-04-25 16:01:02 cri

ລະຫວ່າງວັນທີ 13 ຫາ 18 ເມສານີ້, ພໍດີຖືກກັບ “ບຸນຫົດນ້ຳ” ຂອງເຜົ່າລື້ ແລະ ຊົນເຜົ່າສ່ວນໜ້ອຍອື່ນໆຂອງຈີນ ແລະກໍເປັນຊ່ວງບຸນປີໃໝ່ຂອງລາວ, ໄທ, ກຳປູເຈຍ ແລະ ມຽນມາໝູນວຽນມາເຖິງເຊັ່ນດຽວກັນ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວປະເທດຕ່າງໆເດີນທາງເຂົ້າມາທ່ຽວປະເທດລາວ ຫຼື ສິບສອງພັ່ນນາຂອງຈີນຢ່າງຫຼວງຫຼາຍ.


ບຸນປີໃໝ່ປີນີ້ກໍພໍດີແມ່ນທາງລົດໄຟຈີນ-ລາວໄດ້ເປີດຂະບວນລົດໄຟໂດຍສານສາກົນຄົບຮອບ 1 ປີ. ໃນໂອກາດນີ້, ພາກສ່ວນທາງລົດໄຟຂອງສອງປະເທດໄດ້ເປີດຂະບວນລົດໄຟໂດຍສານສາກົນລະຫວ່າງກິ່ງແຂວງສິບສອງພັ່ນນາຂອງຈີນກັບນະຄອນຫຼວງພະບາງຂອງລາວ 1 ຄູ່, ຜູ້ໂດຍສານສາມາດເດີນທາງໄປ-ກັບລະຫວ່າງສອງຕົວເມືອງດັ່ງກ່າວພາຍໃນເວລາໜຶ່ງວັນ, ໄດ້ປະຢັດເວລາໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງໄປທ່ຽວແຫ່ງຕ່າງໆ ທີ່ມີຊື່ສຽງລະດັບສາກົນເຫຼົ່ານີ້ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດມາທ່ຽວສອງຕົວເມືອງດັ່ງກ່າວຢ່າງຫຼວງຫຼາຍ. ນັບແຕ່ວັນທີ 13 ຫາ 15 ເມສານີ້, ຈຳນວນຂົນສົ່ງຜູ້ໂດຍສານຕາມທາງລົດໄຟຈີນ-ລາວຕອນພາຍໃນປະເທດຈີນໄດ້ບັນລຸເຖິງ 178.000 ເທື່ອຄົນ, ເພີ່ມຂຶ້ນ 18,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະຖານີລົດໄຟສິບສອງພັ່ນນາໄດ້ຂົນສົ່ງຜູ້ໂດຍສານ 4 ໝື່ນເທື່ອຄົນຕໍ່ມື້. ນັກທ່ອງທ່ຽວຈີນອອກເດີນທາງໄປທ່ຽວໃນວັນທ້າຍສັບປະດາ, ນັກທ່ອງທ່ຽວຕ່າງປະເທດມາສຳຜັດກັບຮີດຄອງປະເພນີບຸນຫົດນ້ຳຢູ່ຈີນ ເຊິ່ງໄດ້ເຮັດໃຫ້ບຸນຫົດນ້ຳປີນີ້ໄດ້ກາຍເປັນຫົວຂໍ້ຈຸດສຸມສຳລັບນັກທ່ອງທ່ຽວທັງຫຼາຍ.

ການເປີດຂະບວນລົດໄຟທ່ອງທ່ຽວຂ້າມຊາດຕາມທາງລົດໄຟສາກົນ ເປັນຈຸດເດັ່ນໃນການທ່ອງທ່ຽວຂ້າມຊາດຈີນ-ລາວ. ຂະບວນລົດໄຟໂດຍສານສາກົນຈີນ-ລາວໄດ້ເຊື່ອມຕໍ່ນະຄອນຄຸນໝິງ, ກິ່ງແຂວງສິບສອງພັ່ນນາ, ນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ນັບຕັ້ງແຕ່ເປີດໃຫ້ບໍລິການໃນວັນທີ 13 ເມສາປີ 2023 ເປັນຕົ້ນມາ, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ກາຍເປັນຮູບແບບການເດີນທາງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດສຳລັບນັກທ່ອງທ່ຽວຈີນ ແລະ ຕ່າງປະເທດເດີນທາງໄປທ່ຽວຈີນ ແລະ ລາວ ຍ້ອນມີຄວາມສະດວກສະບາຍ ແລະ ປີ້ລົດໄຟອ່າວຖືກຕື່ມອີກ. ຕະຫຼອດໜຶ່ງປີຜ່ານມາ, ໄດ້ເປີດຂະບວນລົດໄຟໂດຍສານທັງໝົດ 734 ຖ້ຽວ, ຂົນສົ່ງຜູ້ໂດຍສານ 7 ແສນເທື່ອຄົນ ແລະ ດຶງດູດນັກທ່ອງທ່ຽວ 180.000 ກວ່າເທື່ອຄົນຈາກ 87 ປະເທດແລະເຂດແຄວ້ນມາທ່ອງທ່ຽວຂ້າມຊາດ. ທ່ານ ທອງຫຼໍ່  ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດຂອງລາວກ່າວວ່າ: ປະເທດລາວພະຍາຍາມດຶງດູດນັກທ່ອງທ່ຽວປະເທດຕ່າງໆໃນໂລກ ເຊິ່ງລວມທັງນັກທ່ອງທ່ຽວຈີນມາທ່ຽວປະເທດລາວ ທີ່ເຕັມໄປດ້ວຍມົນສະເໜ່ຂອງທິວທັດທຳມະຊາດທີ່ສວຍງາມ ແລະ ວິຖີການດຳລົງຊີວິດແບບດັ້ງເດີມຂອງປະຊາຊົນລາວບັນດາເຜົ່າ, ການເປີດນຳໃຊ້ທາງລົດໄຟຈີນ-ລາວໄດ້ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງຫຼາຍມາໂດຍຕະຫຼອດ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂ້າມຊາດ, ນັບແຕ່ວັນທີ 25 ກໍລະກົດປີ 2023 ເປັນຕົ້ນມາ, ພາກສ່ວນທາງລົດໄຟຂອງສອງປະເທດຈີນແລະລາວໄດ້ປະຕິບັດແຜນຈັດສັນຂະບວນລົດໄຟສະບັບຫຼ້າສຸດ, ເວລາແລ່ນລົດຂອງຂະບວນລົດໄຟໂດຍສານສາກົນລະຫວ່າງຄຸນໝິງໃຕ້ຫານະຄອນຫຼວງວຽງຈັນໄດ້ຫຼຸດຈາກ 10 ຊົ່ວໂມງເຄິ່ງໃນຕອນທຳອິດທີ່ເປີດນຳໃຊ້ເຫຼືອ 9 ຊົ່ວໂມງເຄິ່ງໃນປັດຈຸບັນ. ໃນຂະນະດຽວກັນ, ສະຖານີຈອດລົດໄຟກໍໄດ້ເພີ່ມຂຶ້ນເລື້ອຍໆ ເຊິ່ງໄດ້ເພີ່ມຂຶ້ນຕື່ມອີກຈາກ 8 ສະຖານີເປັນ 10 ສະຖານີໃນປັດຈຸບັນ ພ້ອມທັງຍັງໄດ້ຮັກສາເວລາໃນການເດີນທາງຄືເກົ່າ ເຊິ່ງໄດ້ອຳນວຍການເລືອກເຟັ້ນໃຫ້ແກ່ຜູ້ໂດຍສານຫຼາຍຂຶ້ນ.


ໜຶ່ງປີຜ່ານມາ, ນະຄອນຫຼວງປັກກິ່ງ, ນະຄອນຮາບິນ, ນະຄອນເສິນຢາງ ແລະ ຕົວເມືອງອື່ນໆຂອງຈີນໄດ້ຈັດກຸ່ມນັກທ່ອງທ່ຽວຂ້າມຊາດຈີນ-ລາວໄປທ່ຽວລາວ ດ້ວຍຮູບແບບໃໝ່ສຳລັບ “ຂະບວນລົດໄຟທ່ອງທ່ຽວພາຍໃນປະເທດ + ຂະບວນລົດໄຟໂດຍສານສາກົນ” ເຊິ່ງໄດ້ເຮັດໃຫ້ຂະບວນລົດໄຟໂດຍສານສາກົນຈີນ-ລາວມີບົດບາດກວ້າງອອກ. ຫວ່າງມໍ່ໆມານີ້, ຂະບວນລົດໄຟທ່ອງທ່ຽວຂ້າມຊາດນະຄອນຫຼວງປັກກິ່ງ-ນະຄອນຫຼວງວຽງຈັນຖ້ຽວທຳອິດໄດ້ອອກເດີນທາງຈາກນະຄອນຫຼວງປັກກິ່ງດ້ວຍການບັນຈຸນັກທ່ອງທ່ຽວ 400 ກວ່າຄົນເຕັມໆ, ໄດ້ເດີນທາງໄປທ່ຽວນະຄອນຈ່າງເຈ່ຍເຈ້ຍ, ນະຄອນຄຸນໝິງ ແລະ ນະຄອນເສິງຕູ ທີ່ເປັນແຫຼ່ງທ່ອງທ່ຽວຂອງຈີນ ດ້ວຍການຂີ່ຂະບວນລົດໄຟທ່ອງທ່ຽວ Y445, ແລ້ວຂີ່ລົດໄຟໂດຍສານສາກົນຈີນ-ລາວໄປທ່ຽວນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອສຳຜັດກັບມົນສະເໜ່ຂອງວັດທະນະທຳຈີນແລະລາວ.

ທາງລົດໄຟຈີນ-ລາວໄດ້ນຳເອົາການພັດທະນາອຸດສາຫະກຳການທ່ອງທ່ຽວທີ່ລຽບຕາມທາງ, ໄດ້ກາຍເປັນຮູບແບບການເດີນທາງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດສຳລັບນັກທ່ອງທ່ຽວປະເທດຕ່າງໆທີ່ມາທ່ຽວສອງປະເທດຈີນ ແລະ ລາວ, ເຮັດໃຫ້ຄົນທັງຫຼາຍສາມາດສຳຜັດກັບຄວາມຫຼາກຫຼາຍຂອງໂລກ ແລະ ຄວາມມີສະເໜ່ດ້ານການແລກປ່ຽນວັດທະນະທຳລະຫວ່າງສອງປະເທດຈີນແລະລາວ.