ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເດີນທາງມາຢ້ຽມຢາມຈີນນັບແຕ່ວັນທີ 24 ເມສານີ້. ກ່ອນທີ່ທ່ານຈະອອກເດີນທາງ, ພວກອາເມຣິກາໄດ້ປ່າວປະກາດວ່າ: ໃນໄລຍະຢ້ຽມຢາມຈີນໃນຄັ້ງນີ້, ທ່ານ ອັນໂຕນີ ບລິນເກນຈະສະແດງຄວາມເປັນຫ່ວງຕໍ່ກັບບັນຫາ“ຄວາມສາມາດການຜະລິດທີ່ເຫຼືອເຟືອ”ໃນດ້ານພະລັງງານໃໝ່ຂອງຈີນ. ສຳລັບຜູ້ທີ່ມີຄວາມຮູ້ພື້ນຖານດ້ານເສດຖະສາດ ລ້ວນແຕ່ຈະຮູ້ສຶກວ່າຖ້ອຍຄຳນີ້ບໍ່ເປັນເລື່ອງທີ່ຕ້ອງຕອບໂຕ້ປະການໃດ. ແຕ່ໃນໄລຍະທີ່ຜ່ານມາ, ພວກອາເມຣິກາໄດ້ປ່າວຂ່າວລືກ່ຽວກັບ “ຄວາມສາມາດການຜະລິດຂອງຈີນເຫຼືອເຟືອ” ເລື້ອຍໆ ພ້ອມທັງຖືເອົາປະເດັນນີ້ເປັນເຄື່ອງມືຫຼ້າສຸດຂອງພວກມັນໃນການກໍ່ “ສົງຄາມທາງຄວາມຄິດດ້ານເສດຖະກິດ” ກັບຈີນ.
ກ່ອນອື່ນ, ຄົນຈຳນວນໜຶ່ງຂອງພວກອາເມຣິກາມັກຖືເອົາຄວາມສາມາດໃນການຜະລິດກ່ຽວພັນກັບການຄ້າສາກົນ ແລະ ເຫັນວ່າ: ການສົ່ງອອກຫຼາຍກໍໝາຍເຖິງຄວາມສາມາດຂອງການຜະລິດຫຼາຍເກີນໄປ. ແຕ່ບ່ອນນີ້ມີຂໍ້ຜິດພາດອັນໜຶ່ງຄື: ຖືເອົາການສົ່ງອອກທຽບເທົ່າກັບ“ຄວາມສາມາດການຜະລິດທີ່ເຫຼືອເຟືອ”, ນີ້ບໍ່ສອດຄ່ອງກັບຄວາມຮູ້ທົ່ວໄປດ້ານເສດຖະສາດ ທັງຝືນກັບທ່ວງທ່າການພັດທະນາຂອງໂລກາພິວັດ. ໃນລະບົບເສດຖະກິດທົ່ວໂລກທີ່ມີການແບ່ງງານໃນລະດັບສູງ, ການຜະລິດ ແລະ ຄວາມຕ້ອງການບໍ່ສາມາດຈຳກັດຢູ່ໃນປະເທດ ຫຼື ເຂດແຄວ້ນໃດໜຶ່ງ. ສະນັ້ນ, ການສົ່ງອອກຈຶ່ງເປັນເລື່ອງປົກກະຕິ. ຍົກຕົວຢ່າງຄື: ຊິບທີ່ຜະລິດໂດຍອາເມຣິກາ ແລະ ລົດທີ່ຜະລິດໂດຍເຢຍລະມັນ ມີ 80% ແມ່ນໃຊ້ສຳລັບການສົ່ງອອກ, ເຮືອບິນໂດຍສານທີ່ຜະລິດໂດຍບໍລິສັດ Boeing ແລະ ບໍລິສັດ Airbus ກໍໄດ້ສົ່ງອອກເປັນຈຳນວນຫຼວງຫຼາຍ.
ແຕ່ກັບຈີນພັດວ່າ ຄວາມສາມາດໃນການຜະລິດດ້ານພະລັງງານໃໝ່ຂອງຈີນແມ່ນໄດ້ເກີນຄວາມຕ້ອງການຂອງທົ່ວໂລກ, ນີ້ແມ່ນຄວາມຈິງຊັ້ນບໍ? ພວກເຮົາມາເບິ່ງຕົວເລກຂໍ້ມູນ: ອີງຕາມການຄຳນວນຂອງອົງການພະລັງງານສາກົນສະແດງໃຫ້ເຫັນວ່າ: ຖ້າຢາກບັນລຸເປົ້າໝາຍຄວາມເປັນກາງຂອງກາກບອນ, ຄວາມຕ້ອງການຕໍ່ລົດໃຊ້ພະລັງງານໃໝ່ທົ່ວໂລກໃນປີ 2030 ຈະຕ້ອງບັນລຸເຖິງ 45 ລ້ານຄັນ, ຄວາມຕ້ອງການດ້ານການຕິດຕັ້ງໄຟຟ້າພະລັງງານແສງຕາເວັນແມ່ນຕ້ອງບັນລຸໃຫ້ເຖິງ 820 ຈີກາວັດ, ເປັນ 4,5 ເທົ່າ ແລະ 4 ເທົ່າຂອງປີ 2022 ຕາມລຳດັບ. ພວກເຮົາສາມາດສັງເກດເຫັນໄດ້ວ່າ: ປັດຈຸບັນ, ຄວາມສາມາດໃນການຜະລິດທີ່ກ່ຽວຂ້ອງປັດຈຸບັນແມ່ນຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ເທື່ອ ໂດຍສະເພາະບັນດາປະເທດທີ່ກຳລັງພັດທະນາແມ່ນມີຄວາມຕ້ອງການອັນໃຫຍ່ຫຼວງຕໍ່ຜະລິດຕະພັນພະລັງງານໃໝ່. ໃນຖານະເປັນຕະຫຼາດພະລັງງານໝູນວຽນໄດ້ ແລະ ປະເທດຜະລິດອຸປະກອນໃຫຍ່ທີ່ສຸດໃນໂລກ, ຄວາມສາມາດການຜະລິດທີ່ມີຄຸນນະພາບດີຂອງຈີນບໍ່ແມ່ນເລື່ອງອັນທີ່ເອີ້ນວ່າ ເຫຼືອເຟືອ, ແຕ່ພັດແມ່ນໂລກທີ່ຕ້ອງການຢ່າງຮີບດ່ວນໃນການພັດທະນາ.
ການປ່າວຂ່າວລືຂອງພວກອາເມຣິກາຍັງໄດ້ລະເມີດທິດສະດີທ່າແຮງທຽບຖານດ້ານເສດຖະສາດຂອງຝ່າຍຕາເວັນຕົກທີ່ຕົນເອງເຊື່ອຖືຕື່ມອີກ. ອີງຕາມທິດສະດີດັ່ງກ່າວ, ຖ້າຫາກວ່າປະເທດໃດໜຶ່ງມີຄວາມສາມາດໃນການຜະລິດດ້ານໃດໜຶ່ງຂຶ້ນມາດ້ວຍຕົ້ນທຶນຕ່ຳກວ່າ, ປະເທດອື່ນໆກໍບໍ່ຄວນຕັ້ງກຳແພງພາສີໃສ່ກັນ, ແຕ່ຄວນນຳເຂົ້າຜະລິດຕະພັນດັ່ງກ່າວ ພ້ອມທັງສົ່ງອອກຜະລິດຕະພັນທີ່ມີທ່າແຮງທຽບຖານຂອງຕົນ. ສາເຫດທີ່ຜະລິດຕະພັນພະລັງງານໃໝ່ຂອງຈີນມີທ່າແຮງທຽບຖານ ບໍ່ແມ່ນຍ້ອນການອຸດໜູນຈາກລັດຖະບານ, ແຕ່ແມ່ນຍ້ອນການປະດິດສ້າງໃໝ່ດ້ວຍຕົນເອງຂອງວິສາຫະກິດ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງມີຄວາມສົມບູນ, ຕະຫຼາດທີ່ມີຂະໜາດໃຫຍ່ເປັນພິເສດ, ຊັບພະຍາກອນແຮງງານທີ່ອຸດົມສົມບູນ ແລະອື່ນໆ. ອາເມຣິກາແທນທີ່ຈະໄປໂຈມຕີວ່າຜະລິດຕະພັນພະລັງງານໃໝ່ຂອງຈີນ “ບິດເບືອນຕະຫຼາດທົ່ວໂລກ”, ພວກມັນຄວນໄປພັດທະນາທ່າແຮງທຽບຖານຂອງຕົນຈະດີກວ່າ.
ນອກນີ້, ຄົນຈຳນວນໜຶ່ງຂອງອາເມຣິກາຍັງໄດ້ຕຳໜິອຸດສາຫະກຳພະລັງງານໃໝ່ຂອງຈີນວ່າໄດ້ສ້າງຜົນກະທົບໃຫ້ແກ່ວິສາຫະກິດອາເມຣິກາ ແລະ ການປະກອບອາຊີບຂອງກຳມະກອນອາເມຣິກາ. ນີ້ເປັນຂໍ້ຜິດພາດຂໍ້ທີ 4 ຂອງພວກມັນ ຄື: “ອາເມຣິກາເປັນໄຂ້ ແຕ່ພັດໃຫ້ຈີນກິນຢາແທນ” ໂດຍມີຈຸດປະສົງເພື່ອຢາກປັດປ່າຍຄວາມຮັບຜິດຊອບ. ເມື່ອບໍ່ດົນມານີ້, ເວັບໄຊຂອງ Bloomberg News ໄດ້ ລາຍງານຂ່າວໂດຍອ້າງອີງບົດລາຍງານສະພາມົນຕີພະລັງງານຈາກແຮງລົມໂລກວ່າ: ຢູ່ອາເມຣິກາ, ຕ່ອງໂສ້ການສະໜອງຊິ້ນສ່ວນທີ່ສັບສົນເກືອບທຸກອັນຂອງທົ່ງກັງຫັນລົມຜະລິດໄຟຟ້າຕ່າງກໍໄດ້ພົບບັນຫາ; ຢູ່ເອີຣົບ, ກໍລະນີຂາດແຄນຊິ້ນສ່ວນດັ່ງກ່າວກໍຈະຂະຫຍາຍວົງກວ້າງອອກໃນປີນີ້ ແລະ ປີໜ້າ. ບົດລາຍງານດັ່ງກ່າວຍັງຊີ້ອອກຕື່ມວ່າ: ມີແຕ່ຢູ່ປະເທດຈີນເທົ່ານັ້ນ ທີ່ມີຕ່ອງໂສ້ການສະໜອງທີ່ສາມາດເຮັດໃຫ້ຄວາມໄວໃນການພັດທະນາດ້ານພະລັງງານຈາກແຮງລົມບໍ່ໄດ້ຫຼຸດ. ການຍົກຕົວຢ່າງດັ່ງກ່າວສະແດງໃຫ້ເຫັນວ່າ: ອຸດສາຫະກຳພະລັງງານໃໝ່ຂອງອາເມຣິກາ ແລະ ປະເທດຝ່າຍຕາເວັນຕົກມີບັນຫາຂອງຕົນເອງ.
ຄົນຈຳນວນໜຶ່ງຂອງພວກອາເມຣິກາຄວນຮັບຮູ້ວ່າ: ການກີດຂວາງບໍ່ໃຫ້ຜະລິດຕະພັນພະລັງງານໃໝ່ຂອງຈີນທີ່ມີຄຸນນະພາບດີ ແລະ ລາຄາເປັນກັນເອງ ເຂົ້າສູ່ຕະຫຼາດອາເມຣິການັ້ນ, ບໍ່ພຽງແຕ່ຈະທຳລາຍຜົນປະໂຫຍດຂອງຜູ້ບໍລິໂພກເທົ່ານັ້ນ, ຍັງຈະກົດໜ່ວງການຫັນເປັນຮູບແບບສີຂຽວ ແລະ ການພັດທະນາອຸດສາຫະກຳທີ່ຈະເລີນໃໝ່ໃນທົ່ວໂລກອີກດ້ວຍ. ດຽວນີ້ພວກອາເມຣິກາໄດ້ສຸມກຳລັງເຂົ້າໃນການເສກສັນປັ້ນແຕ່ງຂ່າວລືຕໍ່ຈີນ, ແຕ່ຄືຊິບໍ່ທໍ່ໄປຄິດຫາວິທີເພື່ອຍົກສູງຄວາມສາມາດໃນການແຂ່ງຂັນຂອງຕົນເອງດີກວ່າ.