ໃນເວລາຢ້ຽມຢາມມະຫາວິທະຍາໄລແພດສາດທະຫານບົກຈີນ, ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຕ້ອງພະຍາຍາມສ້າງມະຫາວິທະຍາໄລແພດສາດການທະຫານລະດັບໂລກ

2024-04-25 14:54:44 cri

ວັນທີ 23 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໄປຢ້ຽມຢາມມະຫາວິທະຍາໄລແພດສາດທະຫານບົກຈີນ, ໂດຍກ່າວເນັ້ນວ່າ, ຕ້ອງລົງເລິກປະຕິບັດແນວຄິດສ້າງທະຫານໃຫ້ເຂັ້ມແຂງໃນຍຸກໃໝ່, ປະຕິບັດທິດທາງການສຶກສາທາງການທະຫານໃນຍຸກໃໝ່ຢ່າງຮອບດ້ານ, ອວ່າຍໜ້າໄປສູ່ສະໜາມຮົບ, ອວ່າຍໜ້າໄປສູ່ກອງທັບ, ອວ່າຍໜ້າໄປສູ່ອະນາຄົດ, ຍົກສູງລະດັບການສຶກສາແລະຄວາມສາມາດຮັບປະກັນດ້ານສາທາລະນະສຸກ, ພະຍາຍາມສ້າງມະຫາວິທະຍາໄລແພດສາດການທະຫານໃຫ້ຢູ່ໃນແຖວໜ້າຂອງໂລກ.