ກະຊວງການຄ້າຈີນຕອບໂຕ້ເລື່ອງທີ່ສະຫະພາບເອີຣົບກວດກາຫ້ອງການຂອງວິສາຫະກິດຈີນຢູ່ເອີຣົບຢ່າງກະທັນຫັນ

2024-04-25 14:52:35 CRI

ວັນທີ 24 ເມສານີ້, ຜູ້ຮັບຜິດຊອບກົມຊ່ວຍເຫຼືອດ້ານການຄ້າຂອງກະຊວງການຄ້າຈີນໄດ້ກ່າວໃນເວລາຕອບຄຳຖາມນັກຂ່າວກ່ຽວກັບເລື່ອງທີ່ສະຫະພາບເອີຣົບໄດ້ກວດກາຫ້ອງການຂອງວິສາຫະກິດຈີນຢູ່ເອີຣົບຢ່າງກະທັນຫັນວ່າ: ນັບແຕ່ເດືອນກຸມພາປີ 2024 ເປັນຕົ້ນມາ, ສະຫະພາບເອີຣົບໄດ້ດຳເນີນການກວດກາມາແລ້ວ 5 ຄັ້ງ ດ້ວຍຂໍ້ອ້າງທີ່ວ່າວິສາຫະກິດໄດ້ຮັບເງິນອຸດໜູນຈາກຕ່າງປະເທດ, ລ້ວນແຕ່ແນໃສ່ວິສາຫະກິດຈີນ, ເຊິ່ງເທື່ອນີ້ກໍ່ແມ່ນການກວດກາຢູ່ຫ້ອງການຂອງວິສາຫະກິດຈີນເປັນຄັ້ງທຳອິດ.

 

ຈີນເຫັນວ່າ: ຄະນະກຳມະການສະຫະພາບເອີຣົບບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ, ແລະບໍ່ໄດ້ຕັ້ງຂໍ້ກ່າວຫາໃດໆ, ໂດຍໄດ້ດຳເນີນການກວດກາສະຖານທີ່ດຳເນີນທຸລະກິດປົກກະຕິຂອງວິສາຫະກິດໂດຍກົງ, ຢຶດອຸປະກອນການດຳເນີນທຸລະກິດຂອງວິສາຫະກິດ, ເຊິ່ງໄດ້ຝ່າຝືນຕໍ່ຫຼັກການແລະລະບຽບການທີ່ຊອບທຳ, ລົບກວນລະບຽບການແຂ່ງຂັນຢ່າງຍຸຕິທຳຂອງຕະຫຼາດທີ່ເປັນປົກກະຕິ, ໄດ້ທຳລາຍຄວາມໝັ້ນໃຈຕໍ່ການດຳເນີນທຸລະກິດຢູ່ເອີຣົບຂອງວິສາຫະກິດຕ່າງປະເທດທັງໝົດຢ່າງໜັກໜ່ວງ. ຈີນເຕືອນໃຫ້ສະຫະພາບເອີຣົບຈົ່ງຍຸດຕິແລະແກ້ໄຂການກະທຳທີ່ຜິດພາດໃນທັນທີ, ອຳນວຍສະພາບແວດລ້ອມແບບເປີດກວ້າງ, ຍຸຕິທຳ, ທ່ຽງທຳແລະບໍ່ຈຳແນກຕໍ່ການລົງທຶນດຳເນີນທຸລະກິດຢູ່ເອີຣົບຂອງວິສາຫະກິດແຕ່ລະປະເທດ.