ຈີນຕອບໂຕ້ຄຳຕຳໜິຈາກກອງປະຊຸມລັດຖະມົນຕີການຕ່າງປະເທດ G7

2024-04-25 14:53:19 cri


ຫວ່າງມໍ່ໆມານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 7 ປະເທດຫຼື G7 ໄດ້ອອກຖະແຫຼງການຮ່ວມໂດຍລະວຸວ່າ, ນະໂຍບາຍແລະການເຄື່ອນໄຫວທີ່ບໍ່ແມ່ນຕະຫຼາດຂອງຈີນໄດ້ພາໃຫ້ເກີດ “ຄວາມສາມາດການຜະລິດເກີນຄວາມຕ້ອງການຂອງຕະຫຼາດ”. ໃນເວລາຕອບໂຕ້ເລື່ອງດັ່ງກ່າວເມື່ອວັນທີ 24 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກວ່າ, ການປ່າວຂ່າວແບບນີ້ແມ່ນໄຮ້ເຫດຜົນ ແລະ ຈີນຄັດຄ້ານຢ່າງເດັດດ່ຽວ.


ໃນເວລາຕອບຄຳຖາມຢູ່ກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນໃນມື້ດຽວກັນ,  ທ່ານວ່າງເວີນປິ່ນ ໄດ້ຍົກເອົາຂະແໜງການພະລັງງານໃໝ່ມາເປັນຕົວຢ່າງ ໂດຍຊີ້ອອກວ່າ: “ຄວາມສາມາດການຜະລິດໃນຂະແໜງການພະລັງງານໃໝ່ຂອງຈີນ ແມ່ນຄວາມສາມາດການຜະລິດທີ່ກ້າວໜ້າລະເປັນຄວາມຕ້ອງການທີ່ສຸດແຫ່ງການຊຸກຍູ້ການພັດທະນາແບບສີຂຽວ, ຫາກບໍ່ແມ່ນ ຄວາມສາມາດການຜະລິດທີ່ເກີນຄວາມຕ້ອງການຂອງຕະຫຼາດ. ຕາມການຄາດຄະເນແລະການຄິດໄລ່ຂອງອົງການພະລັງງານສາກົນ, ເພື່ອບັນລຸເປົ້າໝາຍການປອດກາກບອນ, ການຈຳໜ່າຍລົດທີ່ໃຊ້ພະລັງງານໃໝ່ໃນທົ່ວໂລກຕ້ອງບັນລຸປະມານ 45 ລ້ານຄັນໃນປີ 2030, ເພີ່ມຂຶ້ນເປັນ 4,5 ເທົ່າເມື່ອທຽບໃສ່ປີ 2022 ແລະ ຄວາມຕ້ອງການດ້ານການຕິດຕັ້ງລະບົບເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນ ຍັງຕ້ອງເພີ່ມຂຶ້ນຢ່າງຫຼວງຫຼາຍ. ບັນຫາສຳຄັນທີ່ໂລກກຳລັງປະເຊີນໜ້າໃນປະຈຸບັນນີ້ ບໍ່ແມ່ນ ຄວາມສາມາດການຜະລິດພະລັງງານໃໝ່ເກີນຄວາມຕ້ອງການ, ແຕ່ຫາກແມ່ນຂາດແຄນຢ່າງໜັກໜ່ວງ. ຫວັງວ່າປະເທດທີ່ກ່ຽວຂ້ອງຈະຮັກສາຄວາມໃຈກວ້າງ, ອຳນວຍສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ຍຸຕິທຳ, ໂປ່ງໃສ, ເປີດກວ້າງແລະບໍ່ຈຳແນກໃຫ້ແກ່ວິສາຫະກິດຈີນ.”