ຈັດກອງປະຊຸມສາກົນຜູ້ຕາງໜ້າລະດັບສູງວຽກງານຄວາມໝັ້ນຄົງຄັ້ງທີ 12 ຢູ່ຣັດເຊຍ

2024-04-25 15:37:42 CRI

   ວັນທີ 24 ເມສານີ້, ກອງປະຊຸມສາກົນຜູ້ຕາງໜ້າລະດັບສູງກ່ຽວກັບວຽກງານຄວາມໝັ້ນຄົງຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນແຊັງປີເຕີສະບວກຂອງຣັດເຊຍ,ທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວຄຳປາໄສຜ່ານທາງວິດີໂອໃນພິທີໄຂກອງປະຊຸມ.



    ທ່ານປູຕິນກ່າວວ່າ: ມືມືດຢູ່ເບື້ອງຫຼັງເຫດການກໍ່ການຮ້າຍທີ່ເກີດຂຶ້ນຢູ່ປະເທດຕ່າງໆບໍ່ພຽງແຕ່ມີບຸກຄົນຫົວຮຸນແຮງ ກໍ່ມີພາກສ່ວນນັກສືບສອດແນມຕື່ມອີກ. ຜູ້ຈ້າງຄາຕະກອນ, ຜູ້ສະໜັບສະໜູນ ແລະ ຜູ້ກໍ່ການຮ້າຍຢູ່ໂຮງດົນຕີ“ເມືອງໂກສກຸສ” ລັດມົດສະກູລ້ວນແຕ່ຈະຖືກລົງໂທດຕາມທາງຄວນ.


    ທ່ານນີໂກລາຍ ປາຕຣູເຊັຟ ເລຂາສະພາຄວາມໝັ້ນຄົງສະຫະພັນຣັດເຊຍໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມວ່າ: ປັດຈຸບັນ, ສະພາບການສາກົນແມ່ນຄາດຄະເນໄດ້ຍາກ, ການປະທະກັນທີ່ບົ່ມຊ້ອນຍັງມີຢູ່. ນີ້ແມ່ນຍ້ອນການພັດທະນາຂອງໂລກທີ່ມີຫຼາຍເຄົ້າ ແລະ ຍັງໄດ້ຖືກປະເທດມະຫາອຳນາດສະກັດກັ້ນໄວ້. ຣັດເຊຍໄດ້ສຸມໃສ່ສ້າງລະບຽບສາກົນທີ່ຍຸຕິທຳ ແລະ ສົມເຫດສົມຜົນ.