ຈີນຮຽກຮ້ອງໃຫ້ສະຫະພາບເອີຣົບຈົ່ງຍຸດຕິຈຳກັດວິສາຫະກິດຈີນແບບໄຮ້ເຫດຜົນ

2024-04-25 15:39:39 CRI


    ວັນທີ 24 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບສະຫະພາບເອີຣົບປະກາດຈະເລີ່ມດຳເນີນການສຳຫຼວດກ່ຽວກັບການອະນຸມັດເຂົ້າຕະຫຼາດດ້ານການຈັດຊື້ອຸປະກອນປິ່ນປົວພະຍາດຂອງຈີນໃນມື້ດຽວກັນ.

 

    ທ່ານວ່າງເວີນປິ່ນກ່າວວ່າ: ໄລຍະມໍ່ໆມານີ້, ສະຫະພາບເອີຣົບນຳໃຊ້ເຄື່ອງມືດ້ານເສດຖະກິດການຄ້າ ແລະ ມາດຕະການຊ່ວຍເຫຼືອດ້ານການຄ້າ ຢູ່ເລື້ອຍໆໂດຍໄດ້ສົ່ງສັນຍານລັດທິປົກປ້ອງການຄ້າອອກມາ, ແນໃສ່ວິສາຫະກິດຈີນ ແຕ່ໄດ້ສົ່ງຜົນຮ້າຍຕໍ່ພາບພົດຂອງສະຫະພາບເອີຣົບເອງ. ສະຫະພາບເອີຣົບຖືຕົນເອງວ່າເປັນຕະຫຼາດທີ່ເປີດກວ້າງຫຼາຍທີ່ສຸດຢູ່ໃນໂລກຢ່າງສະເໝີຕົ້ນສະເໝີປາຍ, ແຕ່ວົງການພາຍນອກເຫັນວ່າສະຫະພາບເອີຣົບພວມກ້າວສູ່ລັດທິປົກປ້ອງການຄ້າເທື່ອລະກ້າວ. ຈີນຮຽກຮ້ອງໃຫ້ສະຫະພາບເອີຣົບຈົ່ງເຄົາລົບຄຳໝັ້ນສັນຍາທີ່ໃຫ້ຕະຫຼາດເປີດກວ້າງແລະ ຫຼັກການແຂ່ງຂັນກັນຢ່າງຍຸຕິທຳ, ເຄົາລົບກົດລະບຽບຂອງອົງການການຄ້າໂລກ ຫຼື WTO, ຍຸດຕິຈຳກັດວິສາຫະກິດຈີນແບບໄຮ້ເຫດຜົນດ້ວຍຂໍ້ອ້າງຕ່າງໆ.