ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີການຕ່າງປະເທດອາເມຣິກາ

2024-04-26 22:59:05 cri

ຕອນບ່າຍວັນທີ 26 ເມສານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານອັນໂທນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

 

ທ່ານສີຈິ້ນຜິງຊີ້ອອກວ່າ: ປີນີ້ແມ່ນປີທີ່ຈີນກັບອາເມຣິກາໄດ້ສ້າງສາຍພົວພັນທາງການທູດຄົບຮອບ 45 ປີ. ສາຍພົວພັນລະຫວ່າງຈີນ-ອາເມຣິກາທີ່ມີມາເປັນເວລາ 45 ປີໄດ້ຜ່ານຟ້າຝົນລົມແດງ, ເຊິ່ງເຮັດໃຫ້ພວກເຮົາໄດ້ຮັບການຊີ້ນຳທິດທາງທີ່ສຳຄັນຢ່າງຫຼວງຫຼາຍ:ສອງປະເທດຄວນເປັນຄູ່ຮ່ວມ ແຕ່ບໍ່ແມ່ນຄູ່ຕໍ່ສູ້; ຄວນຊ່ວຍເຫຼືອເຊິ່ງກັນແລະກັນ, ບໍ່ຄວນທຳລາຍກັນ;ຄວນສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ບໍ່ຄວນແຂ່ງຂັນກັນຢ່າງມີລັກສະນະຮ້າຍແຮງ, ຄຳເວົ້າຕ້ອງເປັນຕາເຊື່ອ, ການກະທຳຕ້ອງປະສົບຜົນສຳເລັດ, ບໍ່ຄວນເວົ້າແນວໜຶ່ງແລະເຮັດອີກແນວໜຶ່ງ. ຂ້າພະເຈົ້າສະເໜີຫຼັກການໃຫຍ່ສາມຂໍ້,  ເຄົາລົບເຊິ່ງກັນ ແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ແມ່ນການສະຫຼຸບບົດຮຽນຜ່ານມາ, ທັງແມ່ນການຊີ້ນຳຕໍ່ການເດີນໜ້າໄປສູ່ອະນາຄົດ.


ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: 3 ອາທິດກ່ອນ, ຂ້າພະເຈົ້າໄດ້ໂອ້ລົມທາງໂທລະສັບກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ໂດຍໄດ້ສົນທະນາກັນກ່ຽວກັບການພິຈາລະນາດ້ານການພັດທະນາການພົວພັນລະຫວ່າງຈີນ-ອາເມຣິກາຢ່າງໝັ້ນທ່ຽງໃນປີ 2024 , ໄດ້ສະເໜີໃຫ້ສອງຝ່າຍຄວນຖືເອົາຄວາມກົມກຽວເປັນເລື່ອງທີ່ສຳຄັນ, ຖືເອົາສະຖຽນລະພາບເປັນສິ່ງທີ່ສຳຄັນ, ຖືເອົາຄວາມໄວ້ເນື້ອເຊື່ອໃຈກັນເປັນພື້ນຖານ. ຂ້າພະເຈົ້າຍັງໄດ້ກ່າວເນັ້ນວ່າ: “ພຽງແຕ່ໄດ້ວາງອຸດົມການແລະເປົ້າໝາຍໃໝ່ຢ່າງຍາວໄກ, ຈິ່ງສາມາດໄດ້ຮັບຜົນປະໂຫຍດຢ່າງຍາວນານແລະການພັດທະນາຢ່າງໝັ້ນທ່ຽງ”. ໂລກໃນປັດຈຸບັນນີ້ພວມຢູ່ໃນສະພາບການປ່ຽນແປງໃຫຍ່ແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີຜ່ານມາ, ການຮັບມືກັບການປ່ຽນແປງໃຫຍ່ຄືແນວໃດ, ສິ່ງນີ້ແມ່ນຄຳຖາມຂອງຍຸກສະໄໝ ແລະ ເປັນຄຳຖາມຂອງໂລກ. ຄຳຕອບຈາກຂ້າພະເຈົ້າແມ່ນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເຊິ່ງໄດ້ກາຍເປັນຄັນທຸງດ້ານການຕ່າງປະເທດຂອງຈີນ ແລະ ໄດ້ຮັບສຽງຕອບຮັບຈາກປະເທດຈຳນວນຫຼວງຫຼາຍຢູ່ໃນໂລກ. ໜ່ວຍໂລກບໍ່ໃຫຍ່ປານໃດ, ມວນມະນຸດພວມປະເຊີນໜ້າກັບສິ່ງທ້າທາຍຮ່ວມຢ່າງໃຫຍ່ຫຼວງ. ຈີນມີຄຳສຸພາສິດທີ່ວ່າ “ຮ່ວມທຸກຮ່ວມສຸກນຳກັນປານຂີ່ເຮືອລຳດຽວກັນ”, ຂ້າພະເຈົ້າເຫັນວ່າ:ປັດຈຸບັນນີ້ຕ້ອງການ “ຮ່ວມທຸກຮ່ວມສຸກນຳກັນຍ້ອນຢູ່ໃນໜ່ວຍໂລກດຽວກັນ”. ສັງຄົມມະນຸດມີຊາຕາກຳຮ່ວມກັນ, ຄວາມສຸກແລະຄວາມທຸກແມ່ນມີຢູ່ນຳກັນ, ແຕ່ລະປະເທດເຊື່ອມໂຍງເຂົ້າກັນ, ແຕ່ລະປະເທດຄວນສ້າງຄວາມເຫັນທີ່ເປັນເອກະພາບກັນຢ່າງໃຫຍ່ຫຼວງທີ່ສຸດເພື່ອບັນລຸການຮ່ວມກັນໄດ້ຮັບຜົນປະໂຫຍດແລະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ນີ້ແມ່ນຈຸດເລີ່ມຕົ້ນພື້ນຖານໃນການພິຈາລະນາຂອງຈີນກ່ຽວກັບໂລກແລະການພົວພັນລະຫວ່າງຈີນ-ອາເມຣິກາ. ຂ້າພະເຈົ້າມີຄຳເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ: ປະເທດໃຫຍ່ຕ້ອງມີຮູບຊົງຂອງປະເທດໃຫຍ່, ມີຄວາມໂອບເອື້ອອາລີ ແລະ ຄວາມແບກຫາບຂອງປະເທດໃຫຍ່. ຈີນ-ອາເມຣິກາສອງປະເທດຄວນສ້າງແບບຢ່າງທີ່ດີເພື່ອເລື່ອງດັ່ງກ່າວ, ແບກຫາບຄວາມຮັບຜິດຊອບຕໍ່ສັນຕິພາບຂອງໂລກ, ສ້າງໂອກາດການພັດທະນາໃຫ້ແຕ່ລະປະເທດ, ສະໜອງຜະລິດຕະພັນສາທາລະນາໃຫ້ແກ່ທົ່ວໂລກ, ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນຄວາມສາມັກຄີຂອງໂລກ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນເວລາທີ່ຂ້າພະເຈົ້າພົບປະກັບທ່ານປະທານາທິບໍດີ ໂຈ ໄບເດັນ ຢູ່ນະຄອນຊານຟຣານຊິສໂກ  ຂ້າພະເຈົ້າໄດ້ສະເໜີ 5 ເສົາຄ້ຳ ຄື: ຮ່ວມກັນສ້າງຄວາມເຂົ້າໃຈທີ່ຖືກຕ້ອງ, ຮ່ວມກັນຄຸ້ມຄອງຄວາມແຕກຕ່າງຢ່າງມີປະສິດທິຜົນ, ຮ່ວມກັນຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນແບກຫາບຄວາມຮັບຜິດຊອບຂອງປະເທດໃຫຍ່, ຮ່ວມກັນຊຸກຍູ້ການແລກປ່ຽນວັດທະນະທຳ. ນີ້ແມ່ນໂຄງປະກອບທີ່ຄວນມີ ໃນການສ້າງສາຍພົວພັນຈີນ-ອາເມຣິກາ. ເມື່ອຫຼັກການໃຫຍ່ໄດ້ຕົກລົງກັນແລ້ວ, ບັນຫາອື່ນໆກໍຈະສາມາດແກ້ໄຂໄດ້ຢ່າງງ່າຍດາຍ. ຈີນຍິນດີດຳເນີນການຮ່ວມມື, ແຕ່ການຮ່ວມມືຄວນແມ່ນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພວກເຮົາບໍ່ຢ້ານການແຂ່ງຂັນ, ແຕ່ການແຂ່ງຂັນຄວນໃຫ້ສອງຝ່າຍລ້ວນແຕ່ໄດ້ຮັບຄວາມກ້າວໜ້າ, ຫາກບໍ່ແມ່ນເກມຜົນລວມເປັນສູນ. ຈີນຍຶດໝັ້ນບໍ່ສ້າງກຸ່ມ ແລະ ອາເມຣິກາກໍບໍ່ຄວນສ້າງ “ກຸ່ມກ້ອນຄັບແຄບ”. ທັງສອງຝ່າຍສາມາດມີເພື່ອນມິດແລະໝູ່ຄູ່ຂອງໃຜລາວ, ບໍ່ຄວນແນໃສ່ກັນ, ບໍ່ຄວນຄັດຄ້ານກັນ ແລະບໍ່ຄວນທຳຮ້າຍກັນ. ຈີນຊົມເຊີຍອາເມຣິກາທີ່ເປັນປະເທດມີຄວາມໝັ້ນໃຈ, ເປີດປະຕູ, ພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ ແລະ ຫວັງວ່າ ອາເມລິກາຈະສາມາດເບິ່ງເຫັນການພັດທະນາຂອງຈີນໄປໃນທິດທາງທີ່ດີແລະໄປໃນທາງບວກ.


ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ຈີນມີສຸພາສິດຄຳໜຶ່ງທີ່ວ່າ, "ມື້ໃດທີ່ບໍ່ສາມາດກ້າວໄປຂ້າງໜ້າໄດ້, ກໍຖືວ່າຖອຍຫຼັງໃນມື້ນັ້ນເລີຍ." ການພົວພັນຈີນ-ອາເມຣິກາກໍຄືກັນ. ທ່ວງທ່າການພັດທະນາຢ່າງໝັ້ນທ່ຽງຂອງການພົວພັນລະຫວ່າງຈີນ-ອາເມຣິກາແມ່ນຫາມາໄດ້ແບບບໍ່ງ່າຍດາຍ. ຂ້າພະເຈົ້າຫວັງວ່າ: ສອງຝ່າຍຈະສືບຕໍ່ທຳຄວາມພະຍາຍາມ, ປະຕິບັດ "ວິໄສທັດຊານຟຣານຊິສໂກ" ທີ່ຂ້າພະເຈົ້າກັບປະທານາທິບໍດີໂຈ ໄບເດັນບັນລຸໄດ້, ເພື່ອໃຫ້ການພົວພັນຈີນ-ອາເມຣິກາສາມາດມີຄວາມໝັ້ນທ່ຽງ, ນັບມື້ນັບດີຂຶ້ນ ແລະກ້າວໄປຂ້າງໜ້າຢ່າງແທ້ຈິງ.


ທ່ານອັນໂທນີ ບລິນເກນໄດ້ສົ່ງຄວາມຢື້ຢາມຖາມຂ່າວຈາກທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ມາຍັງ ທ່ານປະທານສີຈິ້ນຜິງ ໂດຍກ່າວວ່າ: ນັບແຕ່ທ່ານປະທານາທິບໍດີ ໂຈ ໄບເດັນ ໄດ້ພົບປະເຈລະຈາກັບທ່ານປະທານ ສີຈິ້ນຜິງ ຢູ່ຊານຟຣານຊິສໂກເປັນຕົ້ນມາ, ສອງປະເທດໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າຈາກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການໄປມາຫາສູ່ກັນ, ການປາບປາມຢາເສບຕິດ, ປັນຍາປະດິດ ແລະ ການແລກປ່ຽນວັດທະນະທຳ. ໂລກໃນປັດຈຸບັນກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ສັບສົນຫຼາຍຢ່າງ, ລ້ວນແຕ່ຕ້ອງການໃຫ້ອາເມຣິກາກັບຈີນຮ່ວມກັນຮັບມື. ໃນໄລຍະຢ້ຽມຢາມຈີນ, ບຸກຄົນຈາກວົງການຕ່າງໆຂອງອາເມຣິກາຢູ່ຈີນທີ່ຂ້າພະເຈົ້າໄດ້ພົບປະນັ້ນ ລ້ວນແຕ່ໄດ້ຄອງຄອຍການພົວພັນລະຫວ່າງອາເມຣິກາກັບຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນ. ອາເມຣິກາບໍ່ສະແຫວງຫາ "ສົງຄາມເຢັນຄັ້ງໃໝ່", ບໍ່ສະແຫວງຫາການປ່ຽນແປງລະບອບຂອງຈີນ, ບໍ່ສະແຫວງຫາການສະກັດກັ້ນການພັດທະນາຂອງຈີນ, ບໍ່ສະແຫວງຫາການຄັດຄ້ານຈີນໂດຍຜ່ານພັນທະມິດ ແລະບໍ່ມີເຈຕະນາສ້າງຄວາມຂັດແຍ້ງກັບຈີນ. ອາເມຣິກາຍຶດໝັ້ນນະໂຍບາຍປະເທດຈີນດຽວແລະຫວັງຢາກຮັກສາການຕິດຕໍ່ພົວພັນກັບຈີນ, ປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດຢູ່ນະຄອນຊານຟຣານຊິສໂກ, ສະແຫວງຫາການຮ່ວມມືຫຼາຍກວ່າເກົ່າ, ຫຼີກເວັ້ນຄວາມເຂົ້າໃຈຜິດແລະການຕັດສິນໃຈທີ່ຜິດພາດ, ຄວບຄຸມຄວາມແຕກຕ່າງກັນດ້ວຍຄວາມຮັບຜິດຊອບ, ຊຸກຍູ້ໃຫ້ການພົວພັນອາເມຣິກາ-ຈີນພັດທະນາໄປຢ່າງໝັ້ນທ່ຽງ.


ທ່ານສີຈິ້ນຜິງ ໄດ້ຝາກຄວາມຢື້ຢາມຖາມຂ່າວຜ່ານທ່ານບລິນເກນ ໄປຍັງທ່ານປະທານາທິບໍດີ ໂຈ ໄບເດັນ.


ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມການເຂົ້າຢ້ຽມຄຳນັບໃນຄັ້ງນີ້.