ເປັນຫຍັງໂລກນີ້ຈິ່ງຕ້ອງການຄວາມສາມາດການຜະລິດສີຂຽວຂອງຈີນ?

2024-04-26 14:36:40 cri

ຫວ່າງມໍ່ໆມານີ້, ທ່ານອາມິນ ນາເຊີ ຫົວໜ້າຝ່າຍບໍລິຫານງານຂອງບໍລິສັດນ້ຳມັນເຊື້ອໄຟອາຣຳໂກຊາອູດິດ ທີ່ເປັນໜຶ່ງໃນບໍລິສັດນ້ຳມັນເຊື້ອໄຟທີ່ໃຫຍ່ທີ່ສຸດໃນໂລກໄດ້ກ່າວຢູ່ໃນກອງປະຊຸມພະລັງງານໂລກຄັ້ງທີ 26 ວ່າ: ການພັດທະນາອຸດສາຫະກຳພະລັງງານໃໝ່ຂອງຈີນໄດ້ຊ່ວຍຊຸກຍູ້ໃຫ້ປະເທດຕາເວັນຕົກສາມາດບັນລຸເປົ້າໝາຍການປອດການລະບາຍກາກບອນ ແລະ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຫັນປ່ຽນຮູບແບບການນຳໃຊ້ພະລັງງານຂອງທົ່ວໂລກ.


ໃນຂະນະທີ່ຊາວອາເມຣິກາຈຳນວນໜຶ່ງຍັງສືບຕໍ່ປ່າວປະກາດວ່າ “ຄວາມສາມາດໃນການຜະລິດຂອງຈີນເຫຼືອເຟືອ” ແລະ ສ້າງຜົນກະທົບຕໍ່ຕະຫຼາດທົ່ວໂລກນັ້ນ, ມັນຊ້ຳພັດກົງກັນຂ້າມກັບຄຳເວົ້າຂອງທ່ານອາມິນ ນາເຊີ ເຊິ່ງໄດ້ຕາງໜ້າຄວາມຮັບຮູ້ທີ່ຖືກຕ້ອງແລະພາວະວິໄສຂອງປະຊາຄົມໂລກອີ່ຫຼີ. ຈີນໄດ້ສະໜອງແຜນການແກ້ໄຂທີ່ສາມາດຮັບເອົາໄດ້ໃຫ້ແກ່ທົ່ວໂລກ ແລະ ຊຸກຍູ້ການນຳໃຊ້ຜະລິດຕະພັນພະລັງງານໃໝ່ຢ່າງທົ່ວເຖິງ ໂດຍອີງໃສ່ການປະດິດສ້າງໃໝ່ດ້ານເຕັກນິກ ແລະ ລະບົບຕ່ອງໂສ້ອຸດສາຫະກຳທີ່ສົມບູນຂອງຕົນ.

ຍົກຕົວຢ່າງລົດໃຊ້ພະລັງງານໃໝ່ເປັນຕົ້ນ. ການວິເຄາະສະບັບໜຶ່ງຂອງບໍລິສັດທີ່ເປິກສາດ້ານການຄຸ້ມຄອງແມັກກາທີຂອງອາເມຣິກາໄດ້ລະບຸວ່າ: ລົດໃຊ້ພະລັງງານໄຟຟ້າຂອງຈີນຖືກກວ່າລົດໃຊ້ໄຟຟ້າຂອງເອີຣົບປະມານ 20% ຫາ 30%. ອາດເວົ້າໄດ້ວ່າ, ຄວາມສາມາດດ້ານການຜະລິດສີຂຽວຂອງຈີນໄດ້ສະໜອງຜະລິດຕະພັນທີ່ມີຄຸນນະພາບດີແລະລາຄາຖືກໃຫ້ແກ່ຜູ້ບໍລິໂພກທົ່ວໂລກ ແລະ ໄດ້ຜ່ອນຄາຍຈາກຄວາມກົດດັນໃນບັນຫາເລື່ອງເງິນເຟີ້ຕື່ມອີກ ຍ້ອນວ່າພະລັງງານດັ້ງເດີມໃນປັດຈຸບັນແມ່ນມີບໍ່ພຽງພໍ ເຊິ່ງລົດໃຊ້ພະລັງງານໃໝ່ຂອງຈີນໄດ້ສ້າງຜົນປະໂຫຍດໃຫ້ແກ່ຜູ້ບໍລິໂພກຢ່າງແທ້ຈິງ.


ເວົ້າສຳລັບປະເທດຕ່າງໆໃນໂລກແລ້ວ, ຄວາມສາມາດດ້ານການຜະລິດພະລັງງານໃໝ່ຂອງຈີນໄດ້ເປັນກຳລັງຂັບເຄື່ອນທີ່ສຳຄັນຕໍ່ການພັດທະນາໃໝ່ໃນໂລກປັດຈຸບັນ. ຫວ່າງມໍ່ໆມານີ້, ຂ່າວສານບລຸມເບີກຂອງອາເມຣິກາລາຍງານວ່າ, ຈີນໄດ້ “ສະໜອງຜະລິດຕະພັນສະອາດທີ່ລາຄາຖືກ” ເຊິ່ງໄດ້ສ້າງຄວາມອາດເປັນໄປໄດ້ໃຫ້ແກ່ການຫັນປ່ຽນຮູບແບບການນຳໃຊ້ພະລັງງານຂອງທົ່ວໂລກ. ປັດຈຸບັນ, ຈີນໄດ້ສະໜອງອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມ 50% ແລະ ອຸປະກອນຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ 80% ນັບແຕ່ປີ 2012 ຫາປີ 2021, ການຂະຫຍາຍຂະໜາດການຄ້າສີຂຽວຂອງຈີນໄດ້ເຕີບໂຕ 146,3% ເຊິ່ງໄດ້ເພີ່ມ “ພະລັງຂັບເຄື່ອນສີຂຽວ” ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ.

ສິ່ງທີ່ສຳຄັນກວ່ານັ້ນກໍຄື: ຈີນໄດ້ປະກອບສ່ວນດ້ານຄວາມສາມາດການຜະລິດສີຂຽວຢ່າງຫຼວງຫຼາຍ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຈີນບໍ່ພຽງແຕ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ການຄວບຄຸມການລະບາຍກາກບອນໃຫ້ເຖິງຈຸດສູງສຸດ ແລະ ບັນລຸການປອດການລະບາຍກາກບອນໃນໄລຍະສັ້ນທີ່ສຸດໃນປະຫວັດສາດຂອງໂລກ. ນອກຈາກນີ້, ຈີນຍັງໄດ້ຊ່ວຍປະເທດອື່ນໆໃນໂລກຫຼຸດການລະບາຍກາກບອນອີກດ້ວຍ.


ໂດຍຢູ່ຕໍ່ໜ້າສະພາບຕົວຈິງ, ອາເມຣິກາແລະປະເທດຕາເວັນຕົກມັກກ່າວອັນທີ່ເອີ້ນວ່າ “ຄວາມສາມາດດ້ານການຜະລິດຂອງຈີນເຫຼືອເຟືອ” ແມ່ນບໍ່ຖືກຕ້ອງຕາມຂໍ້ມູນຄວາມຈິງແມ່ນແຕ່ໜ້ອຍ. ດັ່ງຄຳເວົ້າຂອງບຸກຄົນທີ່ມີຊື່ສຽງສາກົນຫຼາຍທ່ານເຄີຍເວົ້າວ່າ: ການປະຕິບັດລັດທິປົກປ້ອງດ້ວຍຂໍ້ອ້າງ “ຄວາມສາມາດດ້ານການຜະລິດເຫຼືອເຟືອ” ມີແຕ່ຈະຖ່ວງດຶງຂະບວນການຫັນປ່ຽນຮູບແບບການນຳໃຊ້ພະລັງງານຂອງທົ່ວໂລກເທົ່ານັ້ນ. ສ່ວນຈີນພວມຜະລິດໃນສິ່ງທີ່ທົ່ວໂລກຕ້ອງການໂດຍດ່ວນຢ່າງແທ້ຈິງ.