ນັກບິນອະວະກາດ 3 ຄົນປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ເຂົ້າສູ່ສະຖານີອະວະກາດຈີນຢ່າງສຳເລັດຜົນ

2024-04-26 14:47:57 CRI

 

ໃນເວລາ 20 ໂມງ 59 ນາທີຂອງວັນທີ 25 ເມສານີ້, ຢູ່ສູນສົ່ງດາວທຽມຈິວສວນ, ຈີນໄດ້ຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນແລະຍານອະວະກາດບັນທຸກຄົນດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າຢ່າງສະດວກ.

 

ອີງຕາມຂໍ້ມູນຂ່າວສານຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໃຫ້ຮູ້ວ່າ: ຫຼັງຈາກຍານອະວະກາດບັນທຸກຄົນໄດ້ເຊື່ອມຕໍ່ເຂົ້າກັບສະຖານີອະວະກາດແບບອັດຕະໂນມັດຢ່າງວ່ອງໄວແລະສຳເລັດຜົນແລ້ວ, ຈຸນັກບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ໄດ້ເຂົ້າສູ່ສະຖານີອະວະກາດ “ທ່ຽນກົ່ງ” ຢ່າງສຳເລັດຜົນໃນເວລາ 5 ໂມງ 4 ນາທີຂອງວັນທີ 26 ເມສານີ້.

 

ຫຼັງຈາກນັ້ນ, ຈຸນັກບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 18 ຈະດຳເນີນການຜັດປ່ຽນກັນໃນວົງໂຄຈອນກັບຈຸນັກບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ທີ່ກຳລັງປະຕິບັດພາລະກິດຢູ່ວົງໂຄຈອນໃນສະຖານີອະວະກາດ, ແລະສຳເລັດວຽກງານທີ່ຖືກກຳນົດໄວ້ຕ່າງໆ.