ທ່ານວາງຢີ້ມີຄວາມເຫັນກ່ຽວກັບ “3 ສະເໝີຕົ້ນສະເໝີປາຍ” ໃນການພົວພັນຈີນ-ອາເມຣິກາ

2024-04-26 11:35:35 CRI


    ວັນທີ 26 ເມສານີ້,ໃນເວລາທີ່ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນພົບປະກັບທ່ານອັນໂທນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢູ່ນະຄອນຫຼວງປັກກິ່ງ, ທ່ານວາງຢີ້ກ່າວເນັ້ນວ່າ: ທ່າທີຂອງຈີນແມ່ນສະເໝີຕົ້ນສະເໝີປາຍ, ຈີນປະຕິບັດຕໍ່ ແລະ ຂະຫຍາຍການພົວພັນລະຫວ່າງຈີນ ກັບ ອາເມຣິກາດ້ວຍອາລົມຈິດໃຈປະຊາຄົມຮ່ວມຊາຕາກຳຂອງມວນມະນຸດມາໂດຍຕະຫຼອດ, ຮັບຜິດຊອບຕໍ່ປະຊາຊົນ, ຮັບຜິດຊອບຕໍ່ທົ່ວໂລກ,ຮັບຜິດຊອບຕໍ່ອະນາຄົດ. ຫຼັກໝັ້ນຂອງຈີນແມ່ນສະເໝີຕົ້ນສະເໝີປາຍ, ຈີນຍຶດໝັ້ນຫຼັກການທີ່ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກມາໂດຍຕະຫຼອດ, ສຸມໃສ່ຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ປອດໃສ ແລະ ຍືນຍົງ. ຄວາມຮຽກຮ້ອງຕ້ອງການຂອງຈີນແມ່ນສະເໝີຕົ້ນສະເໝີປາຍ, ຈີນມີເຈດຈຳນົງເຄົາລົບຜົນປະໂຫຍດແກນກາງຂອງກັນແລະກັນມາໂດຍຕະຫຼອດ, ອາເມຣິກາຢ່າແຊກແຊງວຽກງານພາຍໃນຂອງຈີນ,ຢ່າຈຳກັດການພັດທະນາຂອງຈີນ, ຢ່າຢຽບເສັ້ນແດງຂອງຈີນທີ່ກ່ຽວພັນເຖິງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາຂອງຈີນ.