ຈີນສະແດງຄວາມເປັນຫ່ວງທີ່ສຸດຕໍ່ອິດສະຣາແອນໂຈມຕີຊີຣີທາງອາກາດຢ່າງຕໍ່ເນື່ອງ

2024-04-26 15:03:28 cri

      ວັນທີ 25 ເມສານີ້, ທ່ານ ເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນກອງປະຊຸມເປີດກວ້າງຂອງສະພາຄວາມໝັ້ນຄົງກ່ຽວກັບບັນຫາມະນຸດສະທຳທາງການເມືອງຂອງຊີຣີວ່າ: ອິດສະຣາແອນໄດ້ດຳເນີນການໂຈມຕີທາງອາກາດເຂົ້າໃສ່ດິນແດນຊີຣີຢ່າງຕໍ່ເນື່ອງ,ຈີນສະແດງຄວາມເປັນຫ່ວງທີ່ສຸດຕໍ່ເລື່ອງນີ້. ການກະທຳທີ່ກ່ຽວຂ້ອງໄດ້ລ່ວງລ້ຳອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີຢ່າງໜັກໜ່ວງ,ຈະເຮັດໃຫ້ສະຖານະການຢູ່ພາກພື້ນຕົກຢູ່ໃນສະພາບອັນຕະລາຍຢ່າງບໍ່ຢຸດຢັ້ງ. ປັດຈຸບັນ,ຜົນກະທົບທີ່ເກີດຂຶ້ນຈາກການປະທະກັນຢູ່ເຂດກາຊາທີ່ມີຕໍ່ພາຍນອກຍັງມີຢູ່ຢ່າງຕໍ່ເນື່ອງ,ບັນດາຝ່າຍທີ່ກ່ຽວຂ້ອງຈຳເປັນຕ້ອງຮັກສາຄວາມອົດກັ້ນໄວ້,ຫຼີກເວັ້ນບໍ່ໃຫ້ມີການກະທຳທີ່ເຮັດໃຫ້ສະຖານະການມີຄວາມຮ້າຍແຮງຂຶ້ນຕື່ມອີກ. ປະເທດໃຫຍ່ຢູ່ນອກພາກພື້ນດັ່ງກ່າວຕ້ອງເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນຕໍ່ການຜ່ອນຄາຍສະຖານະການຢູ່ໃນພາກພື້ນ.

      ທ່ານ ເກີງສວງ ກ່າວຕື່ມວ່າ: ຈີນເດັດດ່ຽວສະໜັບສະໜູນການແກ້ໄຂບັນຫາຊີຣີຜ່ານຊ່ອງທາງການເມືອງຢ່າງສະເໝີຕົ້ນສະເໝີປາຍ,ຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການກະທຳທີ່ຜິດພາດແຕ່ຝ່າຍດຽວໃນທັນທີ ແລະ ກອງທະຫານຕ່າງປະເທດຕ້ອງສິ້ນສຸດການໃຊ້ກຳລັງທາງທະຫານທີ່ຜິດກົດໝາຍຢູ່ດິນແດນຊີຣີໃນທັນທີ.