ອິດສະຣາແອນຢືນຢັນວ່າກອງທັບອາເມຣິກາເລີ່ມກໍ່ສ້າງທ່າກຳປັ່ນຊົ່ວຄາວຢູ່ເຂດກາຊາ

2024-04-26 14:49:07 CRI

 

ຕອນຄ່ຳວັນທີ 25 ເມສານີ້, ຝ່າຍທະຫານອິດສະຣາແອນໄດ້ອອກຖະແຫຼງການວ່າ: ອາເມຣິກາເລີ່ມກໍ່ສ້າງທ່າກຳປັ່ນຊົ່ວຄາວຢູ່ເຂດກາຊາຂອງປະແລັດສະຕິນ, ທະຫານອິດສະຣາແອນຮັບຜິດຊອບ “ການຮັກສາຄວາມປອດໄພແລະສະໜັບສະໜູນພະລາທິການ”.

 

ຖະແຫຼງການລະບຸວ່າ: ກອງທັບອິດສະຣາແອນໄດ້ອະນຸມັດຂໍ້ລິເລີ່ມໃໝ່ສະບັບໜຶ່ງກ່ຽວກັບການກໍ່ສ້າງ “ແລວທາງພະລາທິການ” ຢູ່ຝັ່ງທະເລເຂດກາຊາທີ່ນຳພາໂດຍກອງບັນຊາການສູນກາງອາເມຣິກາ, ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າສູ່ເຂດກາຊາ. ທະຫານອິດສະຣາແອນຈະຮັບຜິດຊອບ “ການຮັກສາຄວາມປອດໄພແລະສະໜັບສະໜູນດ້ານພະລາທິການ” ໃຫ້ແກ່ການກໍ່ສ້າງທ່າກຳປັ່ນດັ່ງກ່າວ.

 

ວັນທີ 25 ເມສານີ້, ທ່ານພາທຣິກ ໄຣ ໂຄສົກກະຊວງປ້ອງກັນປະເທດອາເມຣິກາໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກອງທັບເຮືອອາເມຣິກາໄດ້ເລີ່ມກໍ່ສ້າງທ່າກຳປັ່ນແລະເຂື່ອນຊົ່ວຄາວຢູ່ເຂດທະເລໃກ້ກັບເຂດກາຊາໃນທະເລເມດີເຕຣາເນ, ປັດຈຸບັນນີ້ກຳລັງດຳເນີນໂຄງການໃນເບື້ອງຕົ້ນ.