ລັດຖະມົນຕີການຕ່າງປະເທດອາກຊັງຕິນ, ໂບລີວີ ແລະ ເປຣູຈະຢ້ຽມຢາມຈີນ

2024-04-26 19:02:15 cri

      ວັນທີ 26 ເມສານີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນແຈ້ງຂ່າວໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານນາງ ເດຍນາ ມອນດີໂນ ລັດຖະມົນຕີກະຊວງການຕ່າງປະເທດ,ການຄ້າສາກົນແລະວຽກງານສາສະໜາອາກຊັງຕິນຈະຢ້ຽມຢາມຈີນລະຫວ່າງວັນທີ 27 ເມສາຫາວັນທີ 1 ພຶດສະພາໜ້ານີ້; ທ່ານນາງ ເຊຣິນດາ ຊຸຊາ ລັດຖະມົນຕີກະຊວງການຕ່າງປະເທດໂບລີວີ ແລະ ທ່ານກອນຊາເລັສ໌  ໂອໄລເຊຍ ລັດຖະມົນຕີກະຊວງການຕ່າງປະເທດເປຣູຈະຢ້ຽມຢາມຈີນລະຫວ່າງວັນທີ 28 ຫາ 30 ເມສານີ້.