ສື່ມວນຊົນອິດສະຣາແອນ: ນາຍົກລັດຖະມົນຕີອິດສະຣາແອນໄດ້ອະນຸມັດໃຫ້ປະຕິບັດແຜນການເຄື່ອນໄຫວທາງໜ້າດິນຢູ່ນະຄອນຣາຟາ

2024-04-26 14:54:52 cri


ວັນທີ 25 ເມສານີ້, ບໍລິສັດກະຈາຍສຽງສາທາລະນະອິດສະຣາແອນແຈ້ງຂ່າວວ່າ, ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໄດ້ຮັບຮອງແຜນການດຳເນີນການເຄື່ອນໄຫວທາງໜ້າດິນຂອງກອບທັບອິດສະຣາແອນຢູ່ນະຄອນຣາຟາທາງພາກໃຕ້ເຂດກາຊາຂອງປາແລັດສະຕິນ.



ຂ່າວແຈ້ງໃຫ້ຮູ້ຕື່ມວ່າ, ຄາດວ່າ, ອິດສະຣາແອນຈະເລີ່ມອົບພະຍົບປະຊາຊົນອອກຈາກນະຄອນຣາຟາ “ໂດຍໄວ”, ເພື່ອທຳການກະກຽມໃຫ້ແກ່ການເຄື່ອນໄຫວທາງໜ້າດິນ. ຂ່າວແຈ້ງໃຫ້ຮູ້ອີກວ່າ: ທ່ານເນທັນຢາຮູ ຍັງບໍ່ທັນອອກຄຳສັ່ງໃຫ້ປະຕິບັດແຜນການດັ່ງກ່າວ.