ລັດຖະມົນຕີການຕ່າງປະເທດຈີນພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດມະເລເຊຍ

2024-04-26 11:42:13 cri

ວັນທີ 25 ເມສານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາກັບທ່ານໂມຮາມັດ ບິນຮາຈີ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມະເລເຊຍຢູ່ນະຄອນຫຼວງປັກກິ່ງ.


ທ່ານຫວາງຢີ້ກ່າວວ່າ, ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 50 ປີມານີ້, ຈີນກັບມະເລເຊຍເປັນເພື່ອນມິດທີ່ດີ, ເປັນເພື່ອນແທ້ຂອງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍ. ຈີນຍິນດີຮ່ວມກັບມະເລເຊຍ ປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສອງປະເທດ, ຖືເອົາການສະເຫຼີມສະຫຼອງການສ້າງສາຍພົວພັນທາງການທູດຄົບຮອບ 50 ປີເປັນໂອກາດ, ສ້າງການພົວພັນລະຫວ່າງສອງຝ່າຍໃນ 50 ປີຕໍ່ໜ້າໃຫ້ຈະເລີນຮຸ່ງເຮືອງກວ່າເກົ່າ.


ທ່ານຮາຊັນກ່າວວ່າ: ມະເລເຊຍເດັດດ່ຽວປະຕິບັດຕາມນະໂຍບາຍປະເທດຈີນດຽວ, ຄັດຄ້ານອິດທິກຳລັງພາຍນອກສ້າງຄວາມປັ່ນປ່ວນວຸ້ນວາຍຢູ່ທະເລຈີນໃຕ້. ຍິນດີຮັກສາການໄປມາຫາສູ່ກັນທຸກລະດັບກັບຈີນໃຫ້ແໜ້ນແຟ້ນກວ່າເກົ່າ.