ຈີນແລະບັງກະລາເດັດຈະຈັດການເຝິກຊ້ອມຮ່ວມກອງທັບບົກ “ມິດຕະພາບສີຄຳ-2024”

2024-04-26 14:46:48 CRI

ວັນທີ 25 ເມສານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກະຊວງປ້ອງກັນປະເທດຈີນວ່າ: ໂດຍອີງຕາມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງກອງທັບສອງປະເທດຈີນແລະບັງກະລາເດັດ, ກອງທັບບົກຂອງກອງທັບປົດປ່ອຍປະຊາຊົນຈີນຈະສົ່ງທະຫານບົກເດີນທາງໄປບັງກະລາເດັດໃນຕົ້ນເດືອນພຶດສະພາໜ້ານີ້, ເພື່ອຮ່ວມກັບທະຫານບົກຂອງກອງທັບບັງກະລາເດັດຈັດການເຝິກຊ້ອມຮ່ວມກອງທັບບົກ “ມິດຕະພາບສີຄຳ-2024” . ການເຝິກຊ້ອມຄັ້ງນີ້ຖືເອົາການຕໍ່ຕ້ານການກໍ່ການຮ້າຍຂອງການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງອົງການສະຫະປະຊາຊາດເປັນບ່ອນອີງ, ສອງຝ່າຍຈະຮ່ວມກັນເຝິກຊ້ອມປ້ອງກັນການປຸ້ນຈີ້ລົດເມ, ການກວາດລ້າງຄ້າຍຜູ້ກໍ່ການຮ້າຍແລະອື່ນໆ. ນີ້ແມ່ນການເຝິກຊ້ອມຮ່ວມຄັ້ງທຳອິດທີ່ ຈັດຂຶ້ນລະຫວ່າງສອງກອງທັບຈີນ-ບັງກະລາເດັດ, ເຊິ່ງມີຜົນດີຕໍ່ການເພີ່ມທະວີຄວາມເຂົ້າໃຈແລະມິດຕະພາບລະຫວ່າງສອງກອງທັບ, ລົງເລິກການແລກປ່ຽນແລະຮ່ວມມືຕົວຈິງລະຫວ່າງສອງຝ່າຍ.