ສປປເກົາຫຼີຕຳໜິອາເມຣິກາທີ່ເວົ້ານັ້ນເວົ້ານີ້ຕໍ່ການຍິງສົ່ງດາວທຽມຂອງຕົນ

2024-04-27 16:43:36 cri


ວັນທີ 27 ເມສານີ້, ຂ່າວສານສູນກາງເກົາຫຼີແຈ້ງຂ່າວວ່າ, ມື້ດຽວກັນ, ໂຄສົກອົງການເຕັກນິກການບິນແລະການບິນອະວະກາດແຫ່ງຊາດ ສປປເກົາຫຼີ ກ່າວວ່າ, ຫວ່າງກ່ອນນີ້ບໍ່ດົນ, ໃນເວລາຢ້ຽມຢາມ ສເກົາຫຼີແລະຍີ່ປຸ່ນ, ຜູ້ບັນຊາການໃຫຍ່ຂອງກອງບັນຊາການອະວະກາດອາເມຣິກາກ່າວວ່າ: ສິ່ງຍິງສົ່ງ ຫຼື ລູກສອນໄຟນຳວິຖີທີ່ ສປປເກົາຫຼີຍິງສົ່ງນັ້ນ ໄດ້ຝ່າຝືນກັບ “ມະຕິຂອງອົງການສະຫະປະຊາຊາດ”, ຮຽກຮ້ອງໃຫ້ຢຸດເຊົາການເຄື່ອນໄຫວແບບນີ້. ປັດຈຸບັນ, ອາເມຣິກາໄດ້ປະຕິເສດສິດພັດທະນາຈັກກະພົບແລະສິດປ້ອງກັນຕົວ ທີ່ຊອບດ້ວຍກົດໝາຍຂອງ ສປປເກົາຫຼີ ຢ່າງຮອບດ້ານ, ຖືອະວະກາດເປັນວິທີທາງການທະຫານທີ່ກົດດັນປະເທດອື່ນ. ສປປເກົາຫຼີ ມີຄວາມເປັນຫ່ວງຢ່າງໜັກໜ່ວງ ແລະເດັດດ່ຽວຄັດຄ້ານຕໍ່ເຈດຕະນາແຫ່ງມະຫາອຳນາດແບບນີ້.