ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

2024-04-27 16:44:03 cri

 

 

    ຊຸມປີມໍ່ໆມານີ້, ໃນຂະບວນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນ,  ນະຄອນຮັ້ນຈົ່ງ ແຂວງສານຊີ່ຈີນ ໄດ້ສຸມໃສ່ການຊຸກຍູ້ການພັດທະນາຂະແໜງການຜະລິດທີ່ມີເອກະລັກພິເສດ, ການສ້າງສາຊົນນະບົດທີ່ສວຍງາມ ແລະ ເພີ່ມພະລັງແຮງຂັບເຄື່ອນດ້ວຍວັດທະນະທຳ ໂດຍໄດ້ເດີນຕາມເສັ້ນທາງແຫ່ງຄວາມຈະເລີນທີ່ມີເອກະລັກພິເສດຂອງຕົນ.


    ການຈັກສານເຄື່ອງໃຊ້ຫວາຍຂອງນະຄອນຮັ້ນຈົ່ງ ແມ່ນຝີມືດັ້ງເດີມທີ່ມີປະຫວັດສາດເປັນເວລາ 2.000 ກວ່າປີແລ້ວ. ຊຸມປີມໍ່ໆມານີ້, ນະຄອນດັ່ງກ່າວໄດ້ອາໄສຂະແໜງການຈັກສານເຄື່ອງໃຊ້ຫວາຍ ເພື່ອພັດທະນາເສດຖະກິດຄອບຄົວ ໂດຍໄດ້ສົ່ງເສີມໃຫ້ຊາວບ້ານ 4.000 ກວ່າຄົນໃນ 7 ຕາແສງສາມາດມີວຽກເຮັດງານທຳຢູ່ໜ້າເຮືອນ. ປັດຈຸບັນນີ້, ຍອດມູນຄ່າການຜະລິດຂອງຂະແໜງການຈັກສານເຄື່ອງໃຊ້ຫວາຍຂອງນະຄອນຮັ້ນຈົ່ງ ໄດ້ບັນລຸຫຼາຍກວ່າ 86 ລ້ານຢວນ, ມືຄູ່ໜຶ່ງ ແລະ ຫວາຍເສັ້ນນ້ອຍໆ ກໍສາມາດສ້າງເສັ້ນທາງແຫ່ງຄວາມຮັ່ງມີໃຫ້ແກ່ຄອບຄົວເປັນພັນເປັນໝື່ນ.



    ນະຄອນຮັ້ນຈົ່ງ ມີດອກໄມ້ບານໃນ 3 ລະດູ, ມີໝາກໄມ້ສົດໃນ 4 ລະດູ, ມີເທດສະການຕ່າງໆໃນຕະຫຼອດປີ, ຂະແໜງການທ່ອງທ່ຽວຊົນນະບົດໄດ້ພັດທະນາເປັນຢ່າງດີ.


    ໃນ 10 ກວ່າປີມານີ້, ເທດສະການຜັກກາດນ້ຳມັນຂອງນະຄອນຮັ້ນຈົ່ງ ມີກິດຈະກຳຫຼາກຫຼາຍສີສັນ, ພື້ນຖານໂຄງລ່າງໃນແຫຼ່ງທ່ອງທ່ຽວກໍນັບມື້ນັບສົມບູນຂຶ້ນ. ຄຽງຄູ່ກັບນັກທ່ອງທ່ຽງນັບມື້ນັບຫຼາຍຂຶ້ນ, ປະຊາຊົນທ້ອງຖິ່ນກໍມີຊ່ອງທາງສ້າງລາຍຮັບຫຼາຍກວ່າເກົ່າ.



    ນະຄອນຮັ້ນຈົ່ງຍັງມີເຂດສະຫງວນນົກເຄຣສຕິດ ໄອບິສແຫ່ງຊາດ. ເພື່ອປົກປັກຮັກສາສະຖານທີ່ພັກອາໄສຂອງນົກເຄຣສຕິດ ໄອບິສ ພ້ອມທັງເຮັດໃຫ້ການອະນຸລັກລະບົບນິເວດ ແລະ ການພັດທະນາຂະແໜງການຜະລິດສາມາດດຳເນີນໄປພ້ອມໆກັນເປັນຢ່າງດີ, ນະຄອນຮັ້ນຈົ່ງໄດ້ຄົ້ນຄວ້າພັດທະນາກະສິກຳຊີວະພາບ ໂດຍໄດ້ນຳພາຊາວບ້ານ 14.000 ກວ່າຄອບຄົວສ້າງລາຍຮັບຈາກຕ່ອງໂສ້ກະສິກຳປະເພດນີ້.


    ຄຽງຄູ່ກັບສິ່ງແວດລ້ອມທຳມະຊາດນັບມື້ນັບດີຂຶ້ນ, ຜູ້ມັກສັງເກດນົກ ໄດ້ເດີນທາງໄປຮອດນະຄອນຮັ້ນຈົ່ງນັບມື້ນັບຫຼາຍຂຶ້ນ, ການທ່ອງທ່ຽວແບບສັງເກດນົກໄດ້ກະຕຸກຊຸກຍູ້ການບໍລິການຕ່າງໆ ເຊັ່ນ: ທີ່ພັກອາໄສ, ການເຊົ່າລົດ ແລະອື່ນໆປາກົດອອກມາຢ່າງບໍ່ຢຸດຢັ້ງ.



    ປັດຈຸບັນນີ້, ນະຄອນຮັ້ນຈົ່ງໄດ້ອອກແຮງຊຸກຍູ້ການເຄື່ອນໄຫວສະເພາະກິດ “ສ້າງສາບ້ານເກີດເມືອງນອນໃຫ້ສວຍງາມກວ່າເກົ່າ ດ້ວຍຄວາມດຸໝັ່ນຂະຫຍັນພຽນ” ເພື່ອວາດພາບການພັດທະນາຊົນນະບົດໃໝ່ ດ້ວຍທິວທັດທີ່ສວຍງາມ, ຂະແໜງການຜະລິດມີຄວາມຈະເລີນ ແລະ ປະຊາຊົນມີຄວາມປອງດອງກັນ.