ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວ ເພີ່ມຂຶ້ນ 21,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

2024-04-27 16:32:24 cri


ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຮັບຜົນງານທີ່ປະຈັກຕາໃນດ້ານການຂົນສົ່ງຜູ້ໂດຍສານແລະສິນຄ້າແລະມີທ່ວງທ່າພັດທະນາຢ່າງຟົດຟື້ນ. ຕາມສະຖິຕິ, ນັບແຕ່ວັນທີ 1 ມັງກອນຫາວັນທີ 25 ເມສານີ້, ທາງລົດໄຟຈີນ-ລາວທັງໝົດໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 7,16 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ພ້ອມກັນນັ້ນ, ຈຳນວນຂົນສົ່ງສິນຄ້າກໍ່ໄດ້ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງໄດ້ບັນລຸຫຼາຍກວ່າ 6,26 ລ້ານໂຕນ, ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.


ຄຽງຄູ່ກັບລະດູການທີ່ປະຊາຊົນມັກອອກໄປທ່ອງທ່ຽວວຽນມາເຖິງ, ຜູ້ໂດຍສານທີ່ໄປມາຜ່ານທາງລົດໄຟຈີນ-ລາວຈະປະກອບດ້ວຍຫຼາຍກຸ່ມຄົນ, ຄື: ນັກທ່ອງທ່ຽວ, ຜູ້ທີ່ໄປຢາມພີ່ນ້ອງ, ນັກຮຽນແລະອື່ນໆ, ຄວາມຕ້ອງການໃນດ້ານການເດີນທາງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະເລ່ຍແລ້ວ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານເກືອບ 620.000 ໝື່ນເທື່ອຄົນຕໍ່ມື້, ເພີ່ມຂຶ້ນ 19,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ.